ເຕັກນິກການເລືອກຊື້ຊັອກໂກແລັດ

ຊັອກໂກແລັດແບ່ງອອກເປັນຫລາກຫລາຍຮູບແບບດັ່ງນີ້ :
– ຊັອກໂກແລັດຊິບ (Chocolate Chips) :
1. ຊັອກໂກແລັດຊິບມີຮູບຮ່າງຄືຢອດນຳ້ ຫລື ມົນແປ ເຊິ່ງເຮົາມັກຈະເຫັນໃນຄຸກກີ້ ເພາະຊັອກໂກແລັດປະເພດນີ້ຈະບໍ່ເປື່ອຍເມື່ອເອົາໄປອົບ.
2. ຖ້າຊັອກໂກແລັດມີຄາບສີຂາວຄ້າຍຄືຝຸ່ນແປ້ງ ສະແດງວ່າອາດຈະມີການເກັບຮັກສາທີ່ບໍ່ດີ.
3. ຊັອກໂກແລັດທີ່ມີລົດຊາດຫວານຫລາຍຈົນເກີນໄປ ເດົາໄດ້ເລີຍວ່າເປັນຊັອກໂກແລັດທີ່ຜະລິດດ້ວຍຕົ້ນທຶນຕໍ່າ, ລາຄາຖືກ.
4. ຖ້າຊັອກໂກແລັດມີເນື້ອຫຍາບ ສະແດງວ່າມີຂັ້ນຕອນໃນການຜະລິດທີ່ຮີບດ່ວນ ສົ່ງຜົນໃຫ້ເມື່ອເອົາຊັອກໂກແລັດຊິບໄປລະ ລາຍ ຈຶ່ງລະລາຍບໍ່ທົ່ວເຖິງ.
– ຊັອກໂກແລັດນົມ (Milk Chocolate) :
1. ສັງເກດຢູ່ຂອບ ຖ້າມີຜິວບໍ່ລຽບ ສະແດງວ່າຊັອກໂກແລັດມີເນື້ອຫຍາບ ບໍ່ລະອຽດ.
2. ຄຸນນະພາບຂອງນົມທີ່ໃຊ້ເຮັດຊັອກໂກແລັດ ສົ່ງຜົນຕໍ່ຄຸນນະພາບຂອງຊັອກໂກແລັດ.
3. ຫລາຍໆຄົນເຂົ້າໃຈຜິດວ່າຊັອກໂກແລັດນົມແມ່ນຊັອກໂກແລັດທີ່ມີສີຂາວ, ແຕ່ຄວາມຈິງແລ້ວ ຊັອກໂກແລັດນົມມີສີນຳ້ ຕານ.
– ໄວ້ ຊັອກໂກແລັດ ຫລື ຊັອກໂກແລັດຂາວ (White Chocolate) :
1. ຊັອກໂກແລັດຂາວເຮັດມາຈາກໂກໂກ້ບັດເຕີ ຈຶ່ງມີສີຂາວ ແທນທີ່ຈະເປັນສີນຳ້ຕານ.
2. ຊັອກໂກແລັດຂາວຄວນມີໂກໂກ້ບັດເຕີ ຢ່າງໜ້ອຍ 20%.
3. ຊັອກໂກແລັດຂາວປົກກະຕິ ຈະມີສີຂາວປົນເຫລືອງ ເຊິ່ງເປັນ ສີທີ່ໄດ້ຈາກສ່ວນປະສົມທຳມະ ຊາດ.
4. ໂກໂກ້ບັດເຕີລະລາຍໃນອຸນຫະພູມຮ່າງກາຍ ດັ່ງນັ້ນ ຊັອກໂກແລັດທີ່ດີຕ້ອງລະລາຍໃນປາກ ຖ້າຊັອກໂກແລັດຂາວທີ່ກິນບໍ່ລະລາຍໃນປາກ ສະແດງວ່າມີການໃສ່ນຳ້ຕານລົງໄປໃນຊັອກໂກແລັດ ເຊັ່ນ:ນຳ້ມັນພືດ ເປັນຕົ້ນ.
– ດ໊າກ ຊັອກໂກແລັດ (Dark Chocolate) :
1. ດ໊າກ ຊັອກໂກແລັດ ທີ່ມີຄວາມເຂັ້ມຂຸ້ນຫລາຍກ່ວາ ບໍ່ໄດ້ໝາຍຄວາມວ່າຈະມີຄຸນນະພາບທີ່ດີກ່ວາ.
2. ຟອງອາກາດໃນຊັອກໂກແລັດເກີດຈາກຄວາມບໍ່ລະອຽດໃນຂັ້ນຕອນການຜະລິດ, ແຕ່ບໍ່ສົ່ງຜົນຕໍ່ຄຸນນະພາບຂອງຊັອກໂກ ແລັດ.

