ກອງປະຊຸມທ່ານ ທຣຳ – ທ່ານ ກິມ ຮອບ 2 ອາດເກີດຂຶ້ນຢູ່ຫວຽດນາມ

ສື່ຂອງ ສ.ເກົາຫລີ ລາຍງານວ່າ: ລັດຖະບານອາເມລິກາສະເໜີຈັດກອງປະຊຸມຄັ້ງທີ 2 ລະຫວ່າງປະທານາທິບໍດີ ໂດນັລ ທຣຳ ກັບທ່ານ ກິມ ຈ໋ອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ໃນກາງເດືອນກຸມພານີ້ ຢູ່ ສສ ຫວຽດນາມ.
ສື່ໃຫຍ່ຫລາຍແຫ່ງຢູ່ ສ.ເກົາຫລີ ລາຍງານວ່າ: ລັດຖະບານຂອງປະທານາທິບໍດີ ໂດນັລ ທຣຳ ສະເໜີຫາລັດຖະບານພຽງຢາງ ເລື່ອງການຈັດກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງຜູ້ນຳ ອາເມລິກາ ກັບທ່ານ ກິມ ຈ໋ອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ໃນກາງເດືອນກຸມພານີ້ ແລະ ແນະນຳວ່າ: ຫວຽດນາມ ຄືປະເທດເໝາະສົມທີ່ສຸດໃນການຂໍໃຊ້ເປັນສະຖານທີ່ຈັດກອງປະຊຸມ, ເຖິງວ່າຍັງບໍ່ລະບຸຊື່ເມືອງຢ່າງຈະແຈ້ງ ແຕ່ຫລາຍຝ່າຍເຊື່ອວ່າອາດຈະເປັນນະຄອນຫລວງຮ່າໂນ້ຍ, ສອດຄ່ອງກັບລາຍງານຂອງເດິສະເຕຣດ ທາມ ສື່ໃຫຍ່ຂອງສິງກະໂປນຳອີກ.
ເຖິງຢ່າງໃດກໍຕາມ, ສປປ ເກົາຫລີ ແລະ ຫວຽດນາມ ຍັງບໍ່ສະແດງທ່າທີຕໍ່ລາຍງານດັ່ງກ່າວ. ຂະນະທີ່ ໂຢມິອຸຣິ ລາຍງານວ່າ: ທີມງານຂອງທ່ານ ທຣຳ ໃຫ້ຄວາມສົນໃຈຂໍໃຊ້ສະຖານທີ່ໃນກຸ່ມປະເທດອາຊີຕາເວັນອອກສຽງໃຕ້ ວ່າເປັນສະຖານທີ່ເໝາະສົມສຳລັບຈັດກອງປະຊຸມຫລາຍທີ່ສຸດ ໂດຍປະເທດທີ່ມີການຄາດເດົາໄວ້ກ່ອນໜ້ານີ້ມີໄທ, ອິນໂດເນເຊຍ ແລະ ສິງກະໂປ ເຊິ່ງເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດ ໃນເດືອນມິຖຸນາປີຜ່ານມາ, ສ່ວນສະຖານທີ່ນອກພາກພື້ນ ລວມທັງມົງໂກລີ ແລະ ປານມູນຈອມ ເຊິ່ງຕັ້ງຢູ່ເຄິ່ງກາງຂອງເຂດປອດທະຫານ (DMC) ຢູ່ແຫລມເກົາຫລີ.

