ລິເວີພູລ ເລັ່ງຢືມຫລັງ ເບິນລີ ແກ້ບັນຫາຂາດເຂີນເຊັນເຕີ

ລິເວີພູລ ທີມນຳຕາຕະລາງແຫ່ງ ພຣີເມຍລີກ ອັງກິດ ຕ້ອງການຢືມ ເຈມ ທາຄອຟສະກີ້ ກອງຫລັງ ເບິນລີ ໄປຮ່ວມທັບ ເພື່ອເປັນການແກ້ບັນຫາເລື່ອງຂາດຕົວເລືອກໃນຕຳແໜ່ງເຊັນເຕີແບັກເປັນໄລຍະເວລາສັ້ນໆ.
ຫົງແດງ ກຳລັງຢູ່ໃນໄລຍະທີ່ເຊັນເຕີແບັກຂອງພວກເຂົາໄດ້ຮັບບາດເຈັບຢ່າງຕໍ່ເນື່ອງ ໂດຍຫລັງຈາກ ໂຈ ໂກເມ ມີອາການກະດູກຂາຮ້າວໃນຕົ້ນເດືອນທັນວາຜ່ານມານັ້ນ, ໂມແອລ ມາຕິບ ຕ້ອງເຂົ້າໂຮງໝໍອີກຄົນ ຫລັງຈາກເຈັບໄຫລ່ ແລະ ຫລ້າສຸດ ເດຢັນ ລອບເຣນ ມາເຈັບເອັນຫລັງຫົວເຂົ່າອີກ.
ສຳລັບ ທາຄອຟສະກີ້ ນັ້ນ ເປັນກຳລັງຫລັກຂອງ ເບິນລີ ມາໂດຍຕະຫລອດ ເຊິ່ງລະດູການນີ້ລາວໄດ້ລົງຫລິ້ນໃນລີກໄປແລ້ວ 18 ນັດ ພ້ອມຍິງໄດ້ 3 ປະຕູ ແຕ່ບັນຫາຂອງ ລິເວີພູລ ຄືຕົ້ນສັງກັດຂອງນັກເຕະໄວ 26 ປີຢາກເກັບລາວໄວ້ໃຊ້ງານຕໍ່ ແລະ ຈະຍອມປ່ອຍລາວອອກຈາກທີມແບບຂາຍຂາດເທົ່ານັ້ນ ແລະ ຍັງຕ້ອງການຄ່າຕົວເຖິງ 50 ລ້ານປອນ.

