7 ສິ່ງນີ້ບໍ່ຄວນແຊ່ໄວ້ໃນຕູ້ເຢັນ

– ຜັກບົວລະພາ : ຫ້າມເອົາໄວ້ໃນຕູ້ເຢັນເດັດຂາດ ເພາະຜັກບົວລະພາຈະຄາຍນຳ້ ແລ້ວດູດຊຶມກິ່ນຂອງອາຫານຊະນິດອື່ນທີ່ບໍ່ ເພິງປະສົງທັງໝົດເຂົ້າໄປແທນ, ແຕ່ຖ້າແຊ່ໄວ້ເພື່ອດູດກິ່ນອາຫານບໍ່ໃຫ້ຕູ້ເຢັນເໝັນນັ້ນຈະດີກ່ວາຫລາຍ.
– ໝາກໂມ : ເຊື່ອວ່າຫລາຍຄົນມັກເຮັດ ເມື່ອປາດໝາກໂມແລ້ວມັກຈະເອົາໄປແຊ່ໄວ້ໃນຕູ້ເຢັນເພື່ອໃຫ້ມັນເຢັນ, ແຕ່ຮູ້ຫລືບໍ່ວ່າເມື່ອເອົາເຂົ້າຕູ້ເຢັນແລ້ວ ສານອະນຸມູນອິດສະລະຈະຫາຍໄປໃນທັນທີ.
– ກາເຟ : ໃນເລື່ອງການເອົາກາເຟໄປໄວ້ໃນຕູ້ເຢັນນັ້ນບໍ່ຂໍແນະນຳ ເພາະນອກຈາກຝຸ່ນກາເຟ ຫລື ເມັດກາເຟຈະດູດສິ່ງເປິເປື້ອນອອກມາແລ້ວ ຍັງເຮັດໃຫ້ລົດຊາດຂອງກາເຟປ່ຽນ ແລະ ເສຍລົດຊາດຕື່ມອີກ.
– ໝາກເລັ່ນ : ຈາກໝາກເລັ່ນສີແດງສົດເມື່ອພົບກັບຄວາມເຢັນຄວາມເຄັ່ງຕຶ່ງຂອງຜິວໝາກເລັ່ນກໍຈະຫ່ຽວແຫ້ງລົງ ແລະ ລົດຊາດກໍຈະປ່ຽນໄປຈາກເກົ່າ.
– ຫົວຜັກບົ່ວໃຫຍ່ ແລະ ຜັກທຽມ : ຫ້າມເອົາເຂົ້າໄວ້ໃນຕູ້ເຢັນເດັດຂາດ ເພາະຈະເຮັດໃຫ້ເຊື້ອລາເກີດຂຶ້ນໄດ້ງ່າຍ ແລະ ຍິ່ງຖ້າເປັນຫົວຜັກບົ່ວບາງໆ ເມື່ອເອົາເຂົ້າຕູ້ເຢັນຈະອ່ອນ ແລະ ແຫລວໃນທັນທີ.
– ມັນຝຣັ່ງ : ເມື່ອເອົາເຂົ້າຕູ້ເຢັນຈະເຮັດໃຫ້ຫຍາບ ກິນບໍ່ແຊບ ທັງລົດຊາດກໍປ່ຽນໄປນຳ.
– ເຫລົ້າ : ບໍ່ຖືວ່າເປັນອາຫານ ແຕ່ກໍເປັນເລື່ອງທີ່ຄວນຮູ້ໄວ້ສຳລັບຄົນທີ່ມັກດື່ມເປັນປະຈຳຢູ່ບ້ານ ເມື່ອດື່ມບໍ່ໝົດກໍຈະປິດຝາແລ້ວເອົາໄວ້ໃນຕູ້ເຢັນ ເຊິ່ງບໍ່ແມ່ນວິທີທີ່ຖືກຕ້ອງ ເພາະຈະເຮັດໃຫ້ລົດຊາດຂອງເຫລົ້າປ່ຽນໄປ. ສະນັ້ນ ຄວນເກັບມ້ຽນໄວ້ໃນອຸນຫະພູມທຳມະດາຈະດີກ່ວາ.

