ສະຫລຸບການຈັດຕັ້ງປະຕິບັດວຽກງານການເງິນປະຈຳປີ 2018

ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເງິນປະຈໍາປີ 2018 ແລະ ທິດທາງແຜນການປີໃໝ່ 2019 ຂອງຂະແໜງການເງິນໄດ້ຈັດຂຶ້ນໃນວັນທີ 7 ມັງກອນນີ້ທີ່ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີບັນດາຄະນະນໍາກະຊວງ, ຫົວໜ້າພະແນກການເງິນແຂວງເຂົ້າຮ່ວມນໍາດ້ວຍ.
ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມດັ່ງກ່າວມັນມີຄວາມໝາຍສໍາຄັນຍິ່ງ ເພາະຈະໄດ້ພ້ອມກັນສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນ 2018, ພ້ອມທັງປຶກສາຫາລືທິດທາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດປະຈໍາປີ 2019 ແລະ ຮັບຟັງການສະເໜີບັນດາຮ່າງນິຕິກໍາທີ່ຕິດພັນກັບຂະແໜງການເງິນເປັນຕົ້ນວຽກງານ 3 ສ້າງຂອງຂະແໜງການເງິນ, ຮ່າງຂໍ້ຕົກລົງວ່າດ້ວຍການເງິນບ້ານ ແລະ ບັນຫາສໍາຄັນຈໍານວນໜຶ່ງ.
ທ່ານຮອງນາຍົກກ່າວວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2018 ທີ່ຜ່ານມາເຫັນວ່າມີຫລາຍດ້ານຍັງພົບຄວາມຫຍຸ້ງຍາກ ແລະ ທ້າທາຍສູງ, ບັນຫາລວມແມ່ນຍັງເປັນແຜນທີ່ສືບຕໍ່ແກ້ໄຂສະພາບຄວາມຝືດເຄືອງທາງດ້ານການເງິນ-ງົບປະມານທີ່ເກີດຂຶ້ນໃນໄລຍະຫລາຍສົກປີງົບປະມານທີ່ຜ່ານມາ, ຊຶ່ງຕ້ອງໃຊ້ເວລາພໍສົມຄວນຈຶ່ງຈະສາມາດຟື້ນໂຕເຂົ້າສູ່ສະພາບປົກກະຕິໄດ້. ນອກນີ້, ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນໂດຍລວມ ກໍຍັງບໍ່ທັນເອື້ອອຳນວຍເທົ່າທີ່ຄວນ, ບັນຫາການເຕີບໂຕທາງດ້ານເສດຖະກິດຂອງປະເທດພາກພື້ນ ແລະ ຄູ່ຄ້າຂອງປະເທດເຮົາບໍ່ທັນຟື້ນໂຕດີ, ສະພາບດ້ານການເງິນຂອງໂລກຍັງມີການຜັນແປຫຼາຍດ້ານເປັນຕົ້ນອັດຕາດອກເບ້ຍຂອງຕະຫຼາດການເງິນສາກົນເພີ່ມຂຶ້ນສູງ, ລາຄານໍ້າມັນມີຈັງຫວະເໜັງຕີງໄວຊຶ່ງສົ່ງຜົນເຮັດໃຫ້ຕົ້ນທຶນການຄ້າ, ການລົງທຶນ ແລະ ການຜະລິດສູງຂຶ້ນ.
ສະເພາະພາຍໃນປະເທດເຖິງວ່າໃນດ້ານມະຫາພາກເສດຖະກິດແຫ່ງຊາດຍັງມີຄວາມໝັ້ນທ່ຽງ ແລະ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງແຕ່ໃນຈັງຫວະທີ່ຊ້າລົງເນື່ອງຈາກປັດໃຈພາຍນອກ ແລະ ພາຍໃນປະເທດ, ໂດຍສະເພາະຜົນກະທົບຈາກການເພີ່ມຂຶ້ນຂອງຕົ້ນທຶນການຜະລິດ, ນອກຈາກນີ້ໃນປີ 2018 ຍັງໄດ້ຮັບຜົນກະທົບຈາກໄພທໍາມະຊາດຫຼາຍ ເປັນຕົ້ນ ນໍ້າຖ້ວມຫຼາຍບ່ອນ ເຮັດໃຫ້ມີຜົນກະທົບຕໍ່ການຜະລິດ ແລະ ພື້ນຖານໂຄງລ່າງ, ຖະໜົນຫົນທາງເປ່ເພ. ພ້ອມນັ້ນ, ສະພາບທາງດ້ານການເງິນ-ເງິນຕາກໍຍັງມີຄວາມຫຍຸ້ງຍາກ, ຄ່າເງິນກີບທຽບໃສ່ເງິນຕາສະກຸນຫຼັກອ່ອນຄ່າລົງ ຫລາຍກວ່າຊຸມປີຜ່ານມາ, ການປ່ອຍສິນເຊື່ອຂອງທະນາຄານ ເລີ່ມຫັນເຂົ້າສູ່ຄວາມເຂັ້ມງວດຂຶ້ນກວ່າເກົ່າ ຊຶ່ງເປັນສິ່ງທ້າທາຍ ແລະ ກະທົບຕໍ່ກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດພໍສົມຄວນ.
ບົນພື້ນຖານສະພາບ ແລະ ເງື່ອນໄຂທັງພາຍນອກ ແລະ ພາຍໃນປະເທດ ກະຊວງການເງິນກໍໄດ້ພ້ອມກັນສູ້ຊົນ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2018 ດ້ວຍຄວາມເອົາໃຈໃສ່ ແລະ ດ້ວຍຄວາມຮັບຜິດຊອບສູງ, ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງພັກ ແລະ ລັດຖະບານ, ລວມທັງ ຄວາມຕັດສິນໃຈສູງຂອງບັນດາຂະແໜງ ການທັງສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດເຮັດໃຫ້ສາມາດປະຕິບັດແຜນງົບປະມານແຫ່ງລັດໃນໄລຍະ 12 ເດືອນທີ່ຜ່ານມາບັນລຸໄດ້ຄື: ສາມາດປະຕິບັດລາຍຮັບງົບປະມານທັງໝົດ 95,45% ຂອງແຜນການປີ, ສະເພາະລາຍຮັບພາຍໃນໄດ້ 100,34% ຂອງແຜນການປີ, ສ່ວນດ້ານລາຍຈ່າຍປະຕິບັດໄດ້ 97,11% ຂອງແຜນການປີ. ອີງໃສ່ຕົວເລກສະຫຼຸບເບື້ອງຕົ້ນການຈັດຕັ້ງປະຕິບັດລາຍຮັບ ແລະ ລາຍຈ່າຍງົບປະມານປີ 2018, ຄາດວ່າໃນປີ 2018 ຈະມີການຂາດດູນງົບປະມານ 4,96% ຂອງ GDP (ແຜນຂາດດຸນ ທີ່ສະພາຮັບຮອງ 4,92% ຂອງ GDP. ມູນຄ່າ GDP ຈໍານວນ 152.425 ຕື້ກີບ).
ພ້ອມກັນນັ້ນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2018 ທີ່ຜ່ານມາ, ຍັງມີຫລາຍສິ່ງທ້າທາຍ ແລະ ມີວຽກທີ່ຍັງຈະຕ້ອງໄດ້ພ້ອມກັນສູ້ຊົນປະຕິບັດໃນປີ 2019 ໃຫ້ສາມາດບັນລຸແຜນການທີ່ກໍານົດໄວ້ ໂດຍສະເພາະແຜນງົບ ປະມານແຫ່ງລັດ ໃນປີ 2019 ແມ່ນຍັງສືບຕໍ່ສູ້ຊົນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະ ຫັນປ່ຽນໃໝ່ ໂດຍກ້າວເຂົ້າສູ່ການປະຕິຮູບການຄຸ້ມຄອງການເງິນພາກລັດຢ່າງຕັ້ງໜ້າ, ຫັນເປັນທັນສະໄໝຢ່າງທັນການ ແລະ ກວ້າງຂວາງ, ເຮັດໃຫ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານມີປະສິດທິຜົນ ແລະ ເຂັ້ມງວດຂຶ້ນກ່ວາເກົ່າ, ແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດ ເຕີບໂຕຕາມຄາດໝາຍວາງໄວ້ຢ່າງໜ້ອຍ 6,7% (ເທົ່າກັບ 165.475 ຕື້ກີບ), ຊຶ່ງຄາດໝາຍທີ່ ສະພາແຫ່ງຊາດໄດ້ຮັບຮອງປະກອບມີ: ຄາດໝາຍລາຍຮັບທັງໝົດຕ້ອງສູ້ຊົນໃຫ້ໄດ້ 26.305,29 ຕື້ກີບ ຫຼື ທຽບເທົ່າປະມານ 16% ຂອງ GDP. ໃນນັ້ນ, ລາຍຮັບພາຍໃນມີຈຳນວນ 24.240 ຕື້ກີບ ເທົ່າກັບ 14,65% ຂອງ GDP; ສ່ວນຄາດໝາຍລາຍຈ່າຍງົບປະມານທັງ ໝົດ ບໍ່ເກີນ 33.394,07 ຕື້ກີບ, ເທົ່າກັບ 20,18% ຂອງ GDP ແລະ ຄາດຄະເນຈະຂາດດຸນທັງໝົດ ຈໍານວນ 7 ພັນກວ່າຕື້ກີບເທົ່າກັບ 4,28% ຂອງ GDP, ຊຶ່ງຖືວ່າ ຍັງເປັນການຂາດດຸນທີ່ຢູ່ໃນລະດັບສູງສົມຄວນ ແລະ ມີຄວາມຈໍາເປັນຍັງຈະຕ້ອງໄດ້ລະດົມແຫຼ່ງດຸ່ນດ່ຽງ ຈາກພາຍໃນ ແລະ ຕ່າງປະເທດ ໃຫ້ພຽງພໍກັບຄວາມຈໍາເປັນຈ່າຍຕ່າງໆ ຕາມແຜນການທີ່ໄດ້ກໍານົດໄວ້.

