ລາວ-ຍີ່ປຸ່ນ ຮ່ວມມືປັບປຸງສະພາບແວດລ້ອມຂອງໂຮງຮຽນມັດທະຍົມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ

ພິທີວາງສິລາເລີກ ໂຄງການປັບປຸງສະພາບແວດລ້ອມຂອງໂຮງຮຽນມັດທະຍົມສຶກສາຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ, ໄດ້ມີຂຶ້ນໃນເດືອນທັນວາຜ່ານມາ, ຢູ່ໂຮງຮຽນ ມສ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາ ແລະ ກິລາ ແລະ ທ່ານ ທາເກຊິ ຮິຄິຮາຣະ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳລາວ, ທ່ານ ໂຢຊິຮາຣຸ ໂຍເນຢາມາ ຜູ້ຕາງໜ້າຈາກ ອົງການໄຈກາ ປະຈໍາລາວ, ທ່ານຮອງເຈົ້າແຂວງຈໍາປາສັກ ແລະ ຮອງເຈົ້າແຂວງສາລະວັນ ເຂົ້າຮ່ວມນໍາດ້ວຍ.
ໂຄງການດັ່ງກ່າວ, ໄດ້ຮັບການຕົກລົງເຫັນດີ ລະຫວ່າງ ລັດຖະບານລາວ ແລະ ຍີ່ປຸ່ນ ໃນວັນທີ 26 ພຶດສະພາ 2017 ຜ່ານມາ, ຫຼັງຈາກນັ້ນ ກໍໄດ້ຮ່ວມກັນລົງນາມ ໃນວັນທີ 25 ຕຸລາ 2017 ດ້ວຍມູນຄ່າການຊ່ວຍເຫຼືອທັງໝົດ 1.2 ຕື້ກວ່າກີບ (12.460.000 ໂດລາສະຫະລັດ) ເພື່ອຂະຫຍາຍອາຄານຮຽນໃຫ້ສາມາດຮອງຮັບຈຳນວນນັກຮຽນທີ່ເພີ່ມຂຶ້ນ ໃນແຕ່ລະປີ ແລະ ເລັ່ງໃສ່ການປັບປຸງສະພາບແວດລ້ອມໂຮງຮຽນມັດທະຍົມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ ຈໍານວນ 37 ແຫ່ງ ຄື: ຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈໍາປາສັກ. ເພື່ອຈະເລັ່ງໃສ່ປຸກສ້າງອາຄານຮຽນ, ຫ້ອງຮຽນສໍາລັບການສຶກສາຊັ້ນມັດທະຍົມໃຫ້ມີຄຸນນະພາບດີຂື້ນເທື່ອລະກ້າວ. ຊຶ່ງການປະຕິບັດງານດັ່ງກ່າວ, ໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1, ມີ 17 ໂຮງຮຽນ ແຫ່ງ ແລະ ຈະຈັດຕັ້ງປະຕິບັດຢູ່ 2 ແຂວງຄື: ສາລະວັນ ແລະ ຈຳປາສັກ; ໄລຍະທີ 2 ຈະໄດ້ຈັດຕັ້ງປະຕິບັດຢູ່ 2 ແຂວງຄື: ຄໍາມ່ວນ ແລະ ສະຫວັນນະເຂດ ມີ15 ໂຮງຮຽນ ແຫ່ງ.

