ລາວເດີນອາກາດພັດທະນາບໍລິການຄົບວົງຈອນ

ລັດວິສາຫະກິດ ລາວເດີນອາກາດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 24 ມັງກອນ ປີ2002 ໂດຍການຊີ້ນຳ​ນຳພາຂອງກະຊວງປ້ອງກັນປະເທດ, ໄດ້ກາຍເປັນກຸ່ມບໍລິສັດ ລັດວິ ສາຫະກິດລາວເດີນອາກາດ ປະກອບມີ 5 ຫົວໜ່ວຍທຸລະກິດຄື: ບໍລິສັດ ລາວເດີນອາ ກາດ (ບໍລິການຖ້ຽວບິນເໝົາ ແລະ ສາຍການບິນເປັນບໍລິສັດ ແມ່), ອຸດສາຫະກຳການບິນ ລາວສະກາຍເວ (ບໍລິການສ້ອມແປງເຮືອບິນ), ໂຮງແຮມ ລາວສະກາຍເວ, ບໍລິສັດ ທ່ອງທ່ຽວ ລາວສະກາຍເວ ແລະ ບໍລິສັດ ລາວສະກາຍເວ ບໍລິການອາຄານ ແລະ ບໍລິການພາກພື້ນດິນ, ນັບແຕ່ມື້ສ້າງຕັ້ງບໍລິສັດ, ມາຮອດປັດຈຸບັນມີເຮືອບິນ 19 ລຳ, ທຸລະກິດມີການເຕີບໃຫຍ່ ສະເລ່ຍ 15% ຕໍ່ປີ, ມີ 7 ເສັ້ນທາງບິນຈາກນະຄອນຫລວງວຽງຈັນ ໄປບັນດາແຂວງພາກເຫນືອ ແລະ 1 ເສັ້ນທາງບິນໄປແຂວງພາກໃຕ້, ເຊິ່ງໄດ້ຮັບການຕອບຮັບຈາກຜູ້ໂດຍສານພາຍໃນ ແລະ ຕ່າງປະເທດເປັນຢ່າງດີ.

ທ່ານ ສີວຽງທອງ ກອນນິວົງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ລັດວິສາຫະກິດ ລາວເດີອາກາດ

ດັ່ງ ທ່ານ ສີວຽງທອງ ກອນນິວົງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ລັດວິສາຫະກິດ ລາວເດີອາກາດ. ໃຫ້ຮູ້ວ່າ: ເພື່ອຍົກສູງການບໍລິການຕ່າງໆໃຫ້ມີມາດຕະຖານສາກົນ, ບໍລິສັດ ໄດ້ມີການຮ່ວມມືກັບຕ່າງປະເທດເປັນຕົ້ນ ສສ. ຫວຽດນາມ, ສປ ຈີນ, ສະຫະພັນລັດເຊຍ, ການາດາ, ນິວຊີແລນ, ອົດສະຕຣາລີ, ອາຟຣິກກາໃຕ້ ແລະ ສ. ເກົາຫລີ ແລະ ອີກຫລາຍປະເທດໃນໂລກ ທີ່ສະໜອງເຮືອບິນ ແລະ ອາໄຫລ່. ອັນໄດ້ເຮັດໃຫ້ບໍລິສັດກາຍມາເປັນບໍລິສັດການບິນທຳອິດ, ເປັນບໍລິສັດທີ 3 ທີ່ໄດ້ນໍາໃຊ້ລະບົບບໍລິຫານຄຸນນະພາບຕາມມາດຖານສາ ກົນ  ISO 9001:2000 ໃນປີ 2006 ແລະ ປັດຈຸບັນແມ່ນພັດທະນາ ເປັນ ISO 9001: 2015, ໄດ້ຮັບການກວດສອບຄວາມປອດໄພຈາກອົງການກວດສອບ CARB ຂອງສະຫະລັດອາເມລິກາ, ໃນການບິນຮັບໃຊ້ໂຄງການຂຸດຄົ້ນ ແລະ ຊອກຫາສິ່ງເສດ ເຫລືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ. ປັດຈຸບັນ ບໍລິສັດ ໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້າ ແລະ ສັງຄົມ ທັງພາຍໃນ ແລະ ຕ່າງປະເທດນັບມື້ສູງຂຶ້ນ. ທ່ານອຳນວຍການໃຫຍ່ເປີດເຜີຍ ໃຫ້ຮູ້ອີກວ່າ: ໃນຕໍ່ໜ້ານີ້ ບໍລິສັດຂອງຕົນຈະສຸ່ມໃສ່ພັດທະນາໃຫ້ມີຄວາມທັນສະໄໝທຽບເທົ່າສາກົນຫລາຍຂຶ້ນ ແລະ ຂະຫຍາຍເຄືອຂ່າຍການບໍລິການໃຫ້ກວ້າງຂຶ້ນ, ສາມາດຈອງຜ່ານເວັບໄຊລາວສະກາຍເວ (www. laoskyway.com) ແລະ ຊຳລະຄ່າໃຊ້ຈ່າຍຜ່ານແອັບພິເຄຊັນທະນາຄານການຄ້າ ຕ່າງປະເທດມະຫາຊົນ (BCEL One), ສຳລັບຜູ້ທີ່ຢູ່ຫ່າງໄກສອກຫລີກສາມາດ ຈອງໄດ້ທີ່ຕົວແທນຈຳໜ່າຍ ທົ່ວປະເທດ, ພ້ອມທັງຫັ້ນມາ ສຸມໃສ່ພັດທະນາບຸກຄະລາ ກອນໝຸ່ມທີ່ມີຄວາມອາດສາມາດ ແລະ ສ້າງຄວາມ ເຊື່ອໝັ້ນໃຫ້ແກ່ຜູ້ໃຊ້ບໍລິການ ຫລາຍຂຶ້ນກວ່າເກົ່າ.

ຜູ້ອຳນວຍການ ແລະ ແລະ ພະນັກງານຂອງ ລັດວິສາຫະກິດ ລາວສະກາຍເວ
ໂຮງແຮມ ລາວສະກາຍເວ

ທ່ານ ສີວຽງທອງ ກອນນິວົງ ໃຫ້ຮູ້ຕື່ມວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີນີ້  ລັດວິສາຫະກິດ ລາວເດີນອາກາດໄດ້ສົ່ງສິລະປະສະຫມັກຫຼິ້ນຮ່ວມກັບຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າແຂ່ງຂັນສິລະປະວັນນະຄະດີທົ່ວກອງທັບສາມາດຍາດໄດ້ລາງວັນທີ 2 ການສະແດງດັ່ງກ່າວ,  ພ້ອມໄດ້ສົ່ງນັກກິລາບານສົ່ງຮ່ວມກັບຫ້ອງວ່າການກະຊວງປ້ອງກັນປະ ເທດເຂົ້າແຂ່ງຂັນກິລາທົ່ວກອງທັບອີກດ້ວຍ ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-9 ມັງກອນ 2019. ພ້ອມນີ້ຍັງໄດ້ກະກຽມເປີດບູດທີ່ເດີ່ນພະທາດຫລວງ ເຊິ່ງ ບໍລິສັດ ລາວສະກາຍເວ ຈະມີການຈົກສະຫລາກລຸ້ນແລກແຈກແຖມ ແລະ ຄືນກຳໄລໃຫ້ລູກຄ້າ, ພິເສດນາຍ ແລະ ພົນທະຫານສາມາດຊື້ປີໃນລາຄາຖືກ 170.000 ກີບ (ຈຳນວນ 50 ປີ້ຕໍ່ມື້).