ຄ້າຍຄຸມຂັງ-ດັດສ້າງແກ້ງຄັນເຊໂປນ, ໄດ້ອະໄພຍະໂທດ ແລະ ປ່ອຍຕົວນັກໂທດ ທີ່ດັດສ້າງດີ

ນັກໂທດຢູ່ຄ້າຍຄຸມຂັງ-ດັດສ້າງແກ້ງຄັນເມືອງ ເຊໂປນ ແຂວງສະຫວັນນະ ເຂດຕ່າງກໍໄດ້ເອົາໃຈໃສ່ດັດ ສ້າງ ແລະ ພັດທະນາຕົນເອງດີຂຶ້ນ, ຈາກການເອົາໃຈໃສ່ ຮ່ຳຮຽນວິຊາອາຊີບຕ່າງໆ ດັ່ງ ທ່ານ ພັນໂທສາຍທອງ ໄຊຍະສານ ຫົວໜ້າຄ້າຍຄຸມ ຂັງ-ດັດສ້າງດັ່ງກ່າວໄດ້ເປີດເຜີຍໃຫ້ຮູ້ວ່າ: ດ້ວຍຄວາມພະຍາຍາມຂອງເຈົ້າໜ້າທີ່ ຕຳຫລວດພາຍໃນຄ້າຍຄຸມ ຂັງນອກຈາກໄດ້ທຳການສຶກສາອົບຮົມນັກໂທດ.
ຜູ້ຕ້ອງຫາ, ຜູ້ຖືກດັດ ສ້າງຕາມລະບຽບກົດໝາຍ ແລ້ວຍັງໄດ້ໃຫ້ຄວາມສຳຄັນໃນການຝຶກວິຊາອາຊີບໃຫ້ ນັກໂທດຕື່ມອີກເພື່ອແນໃສ່ສ້າງວຽກເຮັດງານທຳໃຫ້ ເຂົາເຈົ້າເປັນຕົ້ນກໍແມ່ນການເຮັດຫັດຖະກຳຈັກສານ, ເຟີນີເຈີ້, ສານຕິບເຂົ້າ ແລະ ອື່ນໆ ເຊິ່ງໃນແຕ່ລະປີມີຫລາຍພາກສ່ວນໄດ້ນຳເອົາຜະລິດຕະ ພັນຂອງນັກໂທດໄປວາງສະແດງ ແລະ ຈຳໜ່າຍໃນງານເທສະການຕ່າງໆ.
ພ້ອມນັ້ນຍັງໄດ້ເຮັດການ ກໍ່ສ້າງ ແລະ ປູກຝັງລ້ຽງສັດຕ່າງໆ ເປັນຈຳນວນຫລວງຫລາຍ ແລະ ໄດ້ຂັດເລືອກເອົາຜູ້ທີ່ດີເດັ່ນມີຄວາມກ້າວໜ້າພັດທະນາຕົນເອງເພື່ອ, ໄດ້ຮັບການອະໄພຍະໂທດ, ຜ່ອນ ໂທດ ແລະ ປ່ອຍຕົວກ່ອນກຳນົດ./.


