ແຣມຊີ ຕົກລົງຍ້າຍຮ່ວມ ຢູເວນຕຸສ ແລ້ວ

ອາຣອນ ແຣມຊີ ມິດຟິວ ອາເຊນອລ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ຕົກເປັນຂ່າວວ່າໄດ້ຕົກລົງຈະຍ້າຍໄປຢູ່ກັບ ຢູເວນຕຸສ ຍອດທີມແຫ່ງ ກັລໂຊ ເຊເຣຍອາ ຮຽບຮ້ອຍແລ້ວ.
ຄໍເຣເອລເລ່ ເດລໂລ່ ສະປອດ ໜັງສືພິມອີຕາລີ ອ້າງວ່າຈະມີການຢືນຢັນເລື່ອງການຍ້າຍໄປຮ່ວມທີມ ຢູເວນຕຸສ ຂອງດາວທີມຊາດເວລ ອອກມາຢ່າງເປັນທາງການໃນມໍ່ໆນີ້ ຫລັງຈາກນັກເຕະຕັດສິນໃຈບໍ່ຕໍ່ສັນຍາສະບັບໃໝ່ກັບ ອາເຊນອລ ເຊິ່ງຈະໝົດລົງຫລັງຈົບລະດູການນີ້.
ຂະນະທີ່ ຕຸດໂຕ້ສະປອດ ສື່ອີກແຫ່ງ ອ້າງວ່າ: ແຣມຊີ ໄດ້ຕົກລົງສັນຍາໄລຍະເວລາ 4 ປີ ກັບ ຢູເວນຕຸສ ແລ້ວ ພ້ອມຮັບເງິນຄ່າເມື່ອຍປີລະ 8 ລ້ານຢູໂຣ ໂດຍລາວຈະຍ້າຍໄປເປັນສະມາຊິກໃໝ່ຂອງ ຢູເວນຕຸສ ແບບບໍ່ມີຄ່າຕົວໃນຊຳເມີ້ນີ້.
