ເມສຊີ ຍິງຫລາຍກວ່າ ໂຣນັລໂດ້ ໃນຮອບ 1 ປີ

ໃນປີ 2018 ລິໂອເນລ ເມສຊີ ຫົວຫອກ ບາເຊໂລນາ ເໜືອກວ່າ ຄຣິສເຕຍໂນ ໂຣນັລໂດ້ ນັກເຕະຄົນດັງຂອງ ຢູເວນຕຸສ ໃນດ້ານການຍິງປະຕູ ເພາະ ເມສຊີ ຍິງປະຕູທັງໃນລະດັບສະໂມສອນ ແລະ ທີມຊາດໃນປີ 2018 ໄດ້ 51 ລູກ ໂດຍໄລຍະ 9 ປີຫລັງສຸດ ເມສຊີ ຍິງໄດ້ 50 ລູກຂຶ້ນໄປເຖິງ 8 ປີ.
ສຳລັບ 51 ປະຕູຂອງ ເມສຊີ ນັ້ນ ແບ່ງເປັນ 47 ປະຕູກັບສະໂມສອນ ແລະ ອີກ 4 ລູກໃນນາມທີມຊາດ ອາເຈນຕິນາ, ສ່ວນ ໂຣນັລໂດ້ ແບ່ງເປັນ 43 ລູກໃນລະດັບສະໂມສອນ (ນັດລວມທັງ ຣີລ ມາດຣິດ ແລະ ຢູເວນຕຸສ) ແລະ ອີກ 6 ປະຕູກັບທີມຊາດໂປຣຕຸເກສ ໂດຍນີ້ຖືເປັນປີທີ 3 ຕິດຕໍ່ກັນທີ່ ເມສຊີ ຍິງປະຕູໄດ້ຫລາຍກວ່ານັກເຕະຊາວໂປຣຕຸເກສ.
ນອກຈາກນີ້ ຖ້ານັບສະເພາະໄລຍະ 9 ປີຫລັງສຸດ ເມສຊີ ຍິງປະຕູໄດ້ 50 ລູກຂຶ້ນໄປເຖິງ 8 ປີ ໂດຍມີພຽງປີດຽວ 2013 ທີ່ ເມສຊີ ຍິງໄດ້ບໍ່ຮອດ 50 ປະຕູ ຈາກການຍິງໄປ 45 ລູກ. ຂະນະທີ່ ໂຣນັລໂດ້ ຖືເປັນຄັ້ງທຳອິດນັບແຕ່ປີ 2010 ທີ່ລາວຍິງປະຕູໄດ້ບໍ່ຮອດ 50 ປະຕູ ໂດຍໃນປີດັ່ງກ່າວລາວຍິງໄດ້ 48 ລູກ.
ສຳລັບປີປະຕິທິນທີ່ ເມສຊີ ຍິງປະຕູໄດ້ຫລາຍທີ່ສຸດນັ້ນ ເກີດຂຶ້ນໃນປີ 2012 ຈາກການທີ່ລາວຍິງໄດ້ເຖິງ 91 ລູກ, ສ່ວນ ໂຣນັລໂດ້ ຍິງໄປ 69 ປະຕູ ໃນປີ 2013.
ສະຫລຸບຈຳນວນປະຕູລວມທັງກັບສະໂມສອນ ແລະ ທີມຊາດໃນຮອບ 1 ປີຂອງ ເມສຊີ ກັບ ໂຣນັລໂດ້ ນັບແຕ່ປີ 2007 ເປັນຕົ້ນມາ: ລິໂອເນລ ເມສຊີ: 2007 (31), 2008 (22), 2009 (41), 2010 (60), 2011 (59), 2012 (91), 2013 (45), 2014 (58), 2015 (52), 2016 (59), 2017 (54), 2018 (54). ສ່ວນ ຄຣິສເຕຍໂນ ໂຣນັລໂດ້: 2007 (34), 2008 (35), 2009 (30), 2010 (48), 2011 (60), 2012 (63), 2013 (69), 2014 (61), 2015 (57), 2016 (55), 2017 (53), 2018 (49).

