ຄວນກວດກາຄືນໂຮງງານນຳເຂົ້າເສດຂີ້ເຫຍື້ອຕ່າງປະເທດ

ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ເມື່ອໄດ້ຍິນຂ່າວນີ້ ໃຜໆກໍຈະຕົກໃຈ ແລະ ໜ້າ ເປັນຫວ່ງຄື: ໃນແຕ່ລະມື້ພໍ ຮອດຄ້າຍແລງມາຂະບວນ ລົດບັນທຸກ 10 ລໍ້ນັບຫລາຍ ຄັນທີ່ບັນທຸກຕູ້ຄອນເທັນເນີ ຂີ້ເຫຍື້ອນຳເຂົ້າຈາກຕ່າງປະເທດໄດ້ ເຄື່ອນທັບເຂົ້າມາຜ່ານ ເທສະບານທ່າລາດໄປຫາ ໂຮງງານຂະໜາດໃຫຍ່ແຫ່ງ ໜຶ່ງທີ່ຫາກໍສ້າງຕັ້ງຂຶ້ນຢູ່ທິດເໜືອຂອງທ່າລາດພຽງ ປະມານ 4-5 ຫລັກ.
ໃນຂອບເຂດພື້ນທີ່ ກວ້າງຫລາຍສິບເຮັກຕາ ທີ່ ເປັນການລົງທຶນຂອງຕ່າງ ປະເທດໂດຍອ້າງວ່າໂຮງ ງານປະລາສະຕິກ, ແຕ່ຕົວຈິງ ແລ້ວແມ່ນໂຮງງານຮັບແຍກຂີ້ເຫຍື້ອນຳເຂົາ ດັ່ງກ່າວ.
ປະຊາຊົນທ້ອງຖິ່ນເລົ່າສູ່ ຟັງວ່າ: ບໍ່ຮູ້ວ່າດ້ວຍເຫດຜົນໃດລັດຖະບານເຮົາຈິ່ງອະ ນຸຍາດໃຫ້ນຳເຂົ້າເສດຂີ້ ເຫຍື້ອອັນຕະລາຍດັ່ງກ່າວ, ເຊິ່ງບໍ່ພຽງສົ່ງຜົນກະທົບ ບໍ່ດີຕໍ່ສິ່ງແວດລ້ອມ ເທົ່ານັ້ນ ອາດຍັງ ເປັນພິດຕໍ່ຊຸມຊົນ ທີ່ອາໄສຢູ່ ເຂດນີ້ອີກດ້ວຍ.
ພ້ອມນັ້ນໂຮງງານດ່ັງ ກ່າວຍັງເຮັດທໍ່ລະບາຍນ້ຳ ເປື່ອນລົງສູ່ສາຍແມ່ນ້ຳອີກ ອັນເປັນສາຍນ້ຳທີ່ອຸດົມສົມ ບູນໄປດ້ວຍປູປາ ແລະ ໃຫ້ ຜົນປະໂຫຍດລໍ່ລ້ຽງຊີວິດການເປັນຢູ່ຂອງປະຊາຊົນໃນເຂດນີ້ອີກດ້ວຍ.
ດັ່ງນັ້ນຖ້າບໍ່ມີການສະກັດກັ້ນຮີບດ່ວນກໍອາດຈະ ເຮັດໃຫ້ແມ່ນ້ຳດັ່ງກ່າວເປື້ອນເປີະ ແລະ ກໍ່ມົນລະພິດບໍ່ດີ ຂຶ້ນໄດ້./.


