ສະພາອິດສະລາແອນເຫັນພ້ອມ ຍຸບສະພາເລືອກຕັ້ງໃໝ່ເດືອນເມສາ

ສະມາຊິກສະພາອິດສະລາແອນລົງມະຕິດ້ວຍຄະແນນສຽງສ່ວນຫລາຍໃນວັນທີ 26 ທັນວາ ໃຫ້ຍຸບສະພາຈັດການເລືອກຕັ້ງໃນວັນທີ 9 ເມສາ, ຫລັງຈາກ ສສ ພັນທະມິດນາຍົກລັດຖະມົນຕີ ເບັນຢາມິນ ເນຕັນຢາຮູ ເຫັນພ້ອມໃນວັນທີ 24 ທັນວາ ໃຫ້ຈັດການເລືອກຕັ້ງກ່ອນກຳນົດ.
ສະມາຊິກສະພາ 120 ຄົນ ລົງມະຕິເຫັນພ້ອມ 102 ສຽງ, ຄັດຄ້ານ 2 ສຽງ. ສາເຫດທີ່ນຳມາສູ່ການລົງມະຕິຍຸບສະພາເລືອກຕັ້ງກ່ອນກຳນົດເກີດຈາກຫົວໜ້າພັກຕ່າງໆບໍ່ສາມາດຕົກລົງກັນໄດ້ເລື່ອງຮ່າງກົດໝາຍເບິ່ງແຍງການເກນທະຫານຊາວຢິວ, ແຕ່ນັກວິເຄາະເບິ່ງວ່າ: ນາຍົກລັດຖະມົນຕີ ເນຕັນຢາຮູ ຕ້ອງການໃຫ້ຍຸບສະພາກ່ອນໄອຍະການສູງສຸດຈະປະກາດວ່າຈະຟ້ອງທ່ານໃນຄະດີສໍ້ລາດບັງຫລວງ 3 ຄະດີ ຫລື ບໍ່.
ທັນທີທີ່ຈະແຈ້ງແລ້ວວ່າຈະມີການເລືອກຕັ້ງກ່ອນກຳນົດ, ນາຍົກລັດຖະມົນຕີ ເນຕັນຢາຮູ ເປີດສາກຫາສຽງໃນວັນດຽວກັນທັນທີ ໂດຍການໄປຢ້ຽມຢາມແກນນຳນິຄົມຊາວຢິວໃນເຂດເວສແບງ ເນັ້ນໃຫ້ສະໜັບສະໜູນທ່ານ ແລະ ພັນທະມິດຝ່າຍຂວາ ໂດຍກ່າວວ່າພັນທະມິດຝ່າຍຊ້າຍກຳລັງຫາທາງໂຄ່ນລົ້ມການປົກຄອງ ໂດຍອາໄສສື່ ແລະ ກຸ່ມຕ່າງໆ, ຖ້າຝ່າຍຊ້າຍໄດ້ເປັນລັດຖະບານຈະເປັນໄພຕໍ່ນິຄົມຊາວຢິວ. ເຖິງຢ່າງໃດກໍດີ, ມີແກນນຳຄົນສຳຄັນສາມຄົນບໍ່ໄປພົບທ່ານ ເນຕັນຢາຮູ ເພື່ອສະແດງຄວາມບໍ່ພໍໃຈທີ່ທ່ານຍັງເຮັດເພື່ອນິຄົມຊາວຢິວບໍ່ພຽງພໍ.

