ສປປ ເກົາຫລີ-ສ.ເກົາຫລີ ຊຸກຍູ້ການສ້າງຖະໜົນ ແລະ ທາງລົດໄຟເຊື່ອມຕໍ່ສອງປະເທດ

ຄະນະຜູ້ແທນ ສ.ເກົາຫລີ ເດີນທາງໄປ ສປປ ເກົາຫລີ ໃນວັນທີ 26 ທັນວານີ້ ເພື່ອເຂົ້າຮ່ວມພິທີວາງສີລາລືກກໍ່ສ້າງຖະໜົນ ແລະ ເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງສອງເກົາຫລີໃນແຫລມເກົາຫລີ ເຖິງວ່າຈະຍັງບໍ່ປະສົບຜົນຄືບໜ້າເລື່ອງການເຈລະຈານິວເຄຼຍ.
ລົດໄຟຂະບວນພິເສດທີ່ປະກອບມີຕູ້ໂດຍສານ 9 ຕູ້ ທີ່ມີຄະນະຜູ້ແທນຈາກ ສ.ເກົາຫລີ ປະມານ 100 ຄົນ ເຊິ່ງລວມທັງເຈົ້າໜ້າທີ່ ແລະ ຜູ້ທີ່ເກີດໃນ ສປປ ເກົາຫລີ 9 ຄົນ ອອກເດີນທາງຈາກສະຖານີລົດໄຟໃນນະຄອນຫລວງເຊອຸນ ວັນທີ 26 ທັນວານີ້ ໂດຍການເດີນທາງຈະໃຊ້ເວລາປະມານ 2 ຊົ່ວໂມງ ເພື່ອໄປເມືອງແຄຊອງ ເຊິ່ງເປັນເມືອງຊາຍແດນຂອງ ສປປ ເກົາຫລີ. ປະທານາທິບໍດີ ມຸນ ແຈອິນ ຂອງ ສ.ເກົາຫລີ ແລະ ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ຕົກລົງຮ່ວມກັນໃນລະຫວ່າງກອງປະຊຸມສຸດຍອດຄັ້ງທີ 3 ຢູ່ນະຄອນຫລວງພຽງຢາງ ຂອງ ສປປ ເກົາຫລີ ໃນເດືອນກັນຍາຜ່ານມາ ຈະຈັດພິທີວາງສີລາລືກພາຍໃນປີນີ້. ກ່ອນໜ້ານີ້ມີກະແສກັງວົນວ່າ: ຂະບວນລົດໄຟ ແລະ ວັດສະດຸອື່ນໆທີ່ນຳໄປ ສປປ ເກົາຫລີ ເພື່ອໃຊ້ໃນການຈັດພິທີຈະເປັນການລະເມີດມາດຕະການຂວ້ຳບາດ ສປປ ເກົາຫລີ, ແຕ່ມີລາຍງານວ່າ: ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຍອມຍົກເວັ້ນມາດຕະການຂວ້ຳບາດສຳລັບພິທີຈະຈັດຂຶ້ນນີ້. ລັດຖະບານ ສ.ເກົາຫລີ ເນັ້ນກ່ອນໜ້ານີ້ວ່າ: ພິທີວາງສີລາລືກນີ້ບໍ່ໄດ້ເປັນການເລີ່ມຕົ້ນວຽກກໍ່ສ້າງ ເພື່ອເຊື່ອມຕໍ່ຖະໜົນ ແລະ ທາງລົດໄຟລະຫວ່າງສອງເກົາຫລີ, ແຕ່ເປັນການສະແດງໃຫ້ເຫັນເຖິງພັນທະກໍລະນີໃນໂຄງການສ້າງຖະໜົນ ແລະ ທາງລົດໄຟເຊື່ອມຕໍ່ສອງປະເທດເທົ່ານັ້ນ ໂດຍການກໍ່ສ້າງຈະຂຶ້ນຢູ່ກັບຄວາມຄືບໜ້າໃນການປົດອາວຸດນິວເຄຼຍຂອງ ສປປ ເກົາຫລີ ແລະ ສະຖານະການຕ່າງໆທີ່ກ່ຽວຂ້ອງກັບມາດຕະການຂວ້ຳບາດ ສປປ ເກົາຫລີ.

