ຮ່າໂນ້ຍ ເອັຟຊີ ຈັບມື ບາເຍິນ ມິວນິກ ພັດທະນາທີມສູ່ແຖວໜ້າອາຊີ

       ເມື່ອບໍ່ດົນມານີ້ ເວັບໄຊທາງການຂອງສະໂມສອນບານເຕະ ຮ່າໂນ້ຍ ເອັຟຊີ ທີມແຊ້ມລີກສູງສຸດຂອງຫວຽດນາມ ປີ 2018 ໄດ້ປະກາດເຊັນສັນຍາຮ່ວມມື ບາເຍິນ ມິວນິກ ທີມຊັ້ນນຳຂອງໂລກຈາກເຢຍລະມັນ ພັດທະນາທີມສູ່ລະດັບແຖວໜ້າອາຊີ ໂດຍສະໂມສອນ ຮ່າໂນ້ຍ ເອັຟຊີ ຈະໃຫ້ ບາເຍິນ ມິວນິກ ມາຊ່ວຍແນະນຳແລກປ່ຽນບົດຮຽນເລື່ອງການບໍລິຫານຈັດການທີມແບບເປັນມືອາຊີບຮອບດ້ານ, ການປັບປຸງສູນພັດທະນານັກເຕະເຍົາວະຊົນ ເພື່ອສ້າງນັກເຕະເຍົາວະຊົນຂອງທີມ ແລະ ທີມຊາດຫວຽດນາມເປັນຕົ້ນ.

       ແຕ່ສະໂມສອນບໍ່ໄດ້ເປີດເຜີຍວ່າ: ສັນຍາກັນຈັກປີ ? ມີມູນຄ່າຫລາຍໜ້ອຍປານໃດ ?. ຢ່າງໃດກໍຕາມ ເຊື່ອແນ່ວ່າການຮ່ວມມືກັນຄັ້ງນີ້ຈະເປັນປະໂຫຍດຢ່າງຍິ່ງໃນການຍົກລະດັບພັດທະນາວົງການບານເຕະຫວຽດນາມກ້າວໄປອີກຂັ້ນສູ່ເປົ້າໝາຍໄປບານໂລກໃນປີ 2030.

       ສຳລັບສະໂມສອນບານເຕະຮ່າໂນ້ຍ ເອັຟຊີ ເປັນທີມຊັ້ນນຳໃນຫວຽດນາມ ສ້າງຕັ້ງຂຶ້ນໃນປີ 2006 ໃຊ້ສະໜາມຫາງເດີ່ຍ ໃນນະຄອນຫລວງຮ່າໂນ້ຍ ເປັນສະໜາມຫລັກ ມີຄວາມຈຸ 22.500 ກວ່າຄົນ, ເປັນແຊ້ມລີກສູງສຸດຂອງຫວຽດນາມ 4 ສະໄຫມ ປີ 2010, 2013, 2016, 2018 ແລະ ເປັນຮອງແຊ້ມອີກ 4 ສະໄຫມ, ເຄີຍຫລິ້ນຮອບຄັດເລືອກ, ຮອບເພລອັອຟ ເອເອັຟຊີ ແຊມປ້ຽນລີກ 5 ປີ ແຕ່ບໍ່ເຄີຍຜ່ານສູ່ຮອບແບ່ງກຸ່ມ. ນັກເຕະຂອງທີມສ່ວນຫລາຍເປັນຊາວຫວຽດນາມ ແລະ ມີທີມຊາດຫລາຍຄົນ ເປັນຕົ້ນ ຫງຽນກວາງຮາຍ, ຟາມດຶກຫຸຍ, ຫງຽນວັນກວຽດ, ດ໋ວນວັນເຮົ້າ, ເຈິ່ນດິ່ງຈ໊ອງ ແລະ ໂດຊຸຍແມັງ.

      ສຳລັບ ເອເອັຟຊີ ແຊມປ້ຽນລີກ 2019 ຮອບຄັດເລືອກ ຮ່າໂນ້ຍ ເອັຟຊີ ຖານະແຊ້ມລີກສູງສຸດຂອງຫວຽດນາມ ໄດ້ໂກຕ້າລົງຫລິ້ນໃນຮອບຄັດເລືອກ ຮອບ 2 ພົບກັບ ແບັງຄ໊ອກ ຢູໄນເຕັດ ຮອງແຊ້ມໄທລີກ 2018 ໃນວັນທີ 12 ກຸມພາ 2019.