ອົດສະຕຣາລີ ໂອເພັນ 2019 ໃຊ້ລະບົບໄທເບຣກແບບໃໝ່

ການເຄື່ອນໄຫວຂອງເທັນນິສ ແກຣນ ສະແລມຂອງປີ “ອົດສະຕຣາລີ ໂອເພັນ 2019” ຊີງເງິນລາງວັນສູງເຖິງ 60.500.000 ລ້ານໂດລາອົດສະຕຣາລີ ລະຫວ່າງວັນທີ 14-27 ມັງກອນ 2019 ທີ່ຣ໊ອດ ເລເວີ ອາຣີນ່າ ປະເທດອົດສະຕຣາລີ. ຫລ້າສຸດຈະປ່ຽນລະບົບການຫລິ້ນໄທເບຣກແບບໃໝ່ໃນເຊັດສຸດທ້າຍຂອງລາຍການແກຣນສະແລມ ໂດຍປົກກະຕິຈະບໍ່ມີການຫລິ້ນໄທເບຣກ ຈະຫລິ້ນຈົນກວ່າຝ່າຍໃດຝ່າຍໜຶ່ງນຳຄູ່ແຂ່ງໄດ້ 2 ເກມ.
ແຕ່ໃນຮູບແບບໃໝ່ນີ້, ເຄຣກ ທິລເລ່ ອຳນວຍການການແຂ່ງຂັນ ອົດສະຕຣາລີ ໂອເພັນ ກ່າວວ່າ: ຖ້າສະເໝີກັນ 6-6 ເກມ ຈະຕ້ອງຫລິ້ນໄທເບຣກຕໍ່ໃນເກມທີ 7 ເພື່ອຕັດສິນຜູ້ຊະນະເລີດ, ຝ່າຍໃດໄດ້ເຖິງ 10 ຄະແນນກ່ອນຈະເປັນຜູ້ຊະນະທັນທີ ໂດຍຝ່າຍຈັດການແຂ່ງຂັນໄດ້ປະຊຸມຫາລືຈະເລີ່ມຮູບແບບນີ້ໃນແກຣນສະແລມທຳອິດຂອງປີທັນທີ ແລ້ວໃນລາຍການແກຣນສະແລມທີ 3 ຂອງປີ ວິມເບິລດັນ 2019 ທີ່ອອລ ອິງແລນເທັນນິສຄລັບ ນະຄອນຫລວງລອນດອນ ປະເທດອັງກິດ ຈະໃຊ້ລະບົບນີ້ເຊັ່ນກັນ. ການປ່ຽນແປງຄັ້ງນີ້ເນື່ອງຈາກການແຂ່ງຂັນແກຣນສະແລມທີ 3 ຂອງປີ ວິມເບິລດັນ.

