ຮ່ວມມືພັດທະນາໄວໜຸ່ມມືອາຊີບ

ພິທິລົງນາມບົດບັນທຶກຄວາມເຂົ້າໃຈໂຄງການພັດທະນາໄວໜຸ່ມມືອາຊີບ ລະຫວ່າງວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແລະ ບໍລິສັດ ສິດທິ ອິນເຕີ ເທຣດດິິ້ງ ຂາເຂົ້າ-ຂາອອກ ຈໍາກັດ ເພື່ອຮ່ວມມືກັນໃນໄລຍະຍາວ ເພື່ອສົົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ ແລະ ແນໃສ່ຕອບສະໜອງແຮງງານໃນຂະແໜງການຕ່າງໆໃຫ້ແກ່ຕະຫຼາດແຮງງານ ໂດຍສະເພາະແມ່ນຂະແໜງກະສິກໍາ ແລະ ປ່າໄມ້ ໄດ້ມີຂຶ້ນໃນວັນທີ 20 ທັນວານີ້, ຢູ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ລະຫວ່າງທ່ານ ບຸນມາ ຈັນທະວົງ ອໍານວຍການວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແລະ ທ່ານ ບຸນປັນ ໂສວິໄລ ຜູ້ຈັດການ ບໍລິສັດ ສິດທິ ອິນເຕີ ເທຣດດິ້ງ ຂາເຂົ້າ-ຂາອອກ ຈໍາກັດ.
ໂຄງການພັດທະນາໄວໜຸ່ມມືອາຊີບ Young Professional Development Program (YPDP) ໃນຂະແໜງການກະສິກກໍາ ແລະ ປ່າໄມ້ ເພື່ອປະກອບສ່ວນເຂົ້າໃນການພັດທະນາໄວໜຸ່ມລາວໃຫ້ເປັນມືອາຊີບ ໂດຍໃຫ້ພວກເຂົາໄດ້ຝຶກງານ ແລະ ເພີ່ມທັກສະດ້ານກະສິກໍາ ແລະ ປ່າໄມ້ດ້ວຍພາກປະຕິບັດງານຕົວຈິງຢູ່ພາກສະໜາມ, ເພື່ອເພີ່ມທະວີຄວາມຮູ້ກ່ຽວກັບກິດຈະກໍາຕ່າງໆ.
ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ເປັນສະຖາບັນອາຊີວະສຶກສາທີ່ມີຄວາມສໍາຄັນແຫ່ງໜຶຶ່ງ ຕໍ່ກັບເປົ້າໝາຍການພັດທະນາສີມືແຮງງານຢູ່ໃນລາວ ເພື່ອໃຫ້ວຽກງານອາຊີວະສຶກສາໄດ້ຮັບການພັດທະນາ ແລະ ເຂັ້ມແຂງຂຶ້ນ.

