ແມນຢູ ກຽມປັບ ປ໊ອກບາ ໂພສຮູບຫລັງໄລ່ ມູຣິນໂຢ ອອກ

ສື່ດັງຂອງອັງກິດລາຍງານວ່າ: ແມນເຊັສເຕີ ຢູໄນເຕັດ ກຽມປັບໄໝເງິນ ປໍ ປ໊ອກບາ ຂໍ້ຫາໂພສຮູບທີ່ສະແດງເຖິງຄວາມບໍ່ເຄົາລົບໃນອິນສະຕາແກຣມ ຫລັງ ໂຮເຊ ມູຣິນໂຢ ຖືກໄລ່ອອກ. ຂະນະທີ່ ແກຣີ ເນວິລ ຕຳນິວ່າເປັນການໄປເຕັ້ນຢູ່ຂຸມສົບຂອງຜູ້ຈັດການທີມທີ່ຖືກໄລ່ອອກ.
ເດລີ ເມລ ສື່ດັງໃນປະເທດອັງກິດ ລາຍງານວ່າ: ແມນເຊັສເຕີ ຢູໄນເຕັດ ທີມດັງໃນພຣີເມຍລີກ ອັງກິດ ກຽມລົງໂທດປັບໄໝເງິນ ປໍ ປ໊ອກບາ ມິດຟິລຄ່າຕົວແພງຂອງທີມ ຫລັງດາວເຕະທີມຊາດຝຣັ່ງ ໂພສຮູບໃນອິນສະຕາແກຣມ ເຊິ່ງສະແດງຄວາມບໍ່ເຄົາລົບ ແລະ ດູໝິ່ນ ຫລັງ ໂຮເຊ ມູຣິນໂຢ ຖືກໄລ່ອອກຈາກຕຳແໜ່ງຜູ້ຈັດການທີມແມນເຊັສເຕີ ຢູໄນເຕັດ ໃນວັນທີ 18 ທັນວາຜ່ານມາ.
ປ໊ອກບາ ເຊິ່ງມີບັນຫາກັບ ມູຣິນໂຢ ມາໂດຍຕະຫລອດຈົນຖືກເປັນຕົວສຳຮອງໃນໄລຍະຫລັງ ໂພສຮູບຕົນເອງຢືນຍິ້ມໃນອິນສະຕາແກຣມສ່ວນຕົວ ພ້ອມຂໍ້ຄວາມ “ຊ່ວຍໃຫ້ຄຳບັນຍາຍພາບນີ້ແດ່” ຫລັງຈາກນັ້ນ ຜູ້ຈັດການທີມຊາວໂປຣຕຸເກດຖືກໄລ່ອອກຈາກຕຳແໜ່ງ ກ່ອນຈະລົບພາບດັ່ງກ່າວໃນ 10 ນາທີຕໍ່ມາ. ເຖິງຢ່າງໃດກໍຕາມ ປ໊ອກບາ ຍັງຖືກວິພາກວິຈານເຖິງການກະທຳດັ່ງກ່າວ ໂດຍຫລາຍຝ່າຍເບິ່ງວ່າເປັນສິ່ງທີ່ບໍ່ເໝາະສົມ ໂດຍສະເພາະ ແກຣີ ເນວິລ ອະດີດນັກເຕະຂອງ ແມນເຊັສເຕີ ຢູໄນເຕັດ ເຊິ່ງໄປຮັບໜ້າທີ່ນັກວິຈານເກມບານເຕະໃຫ້ “ສະກາຍສະປອດ” ຕອບໂຕ້ວ່າ: ການກະທຳດັ່ງກ່າວບໍ່ແມ່ນເລື່ອງບັງເອີນແນ່ນອນ ແລະ ເໝືອນເປັນການໄປເຕັ້ນເທິງຂຸມຝັງສົບຂອງຜູ້ຈັດການທີມທີ່ຫາກໍຖືກໄລ່ອອກ ເຊິ່ງຖືເປັນເລື່ອງທີ່ຮັບບໍ່ໄດ້.

