ສໍາມະນາວຽກງານການແຂ່ງຂັນທາງທຸລະກິດໃນລາວ

ໃນວັນທີ 17 ທັນວານີ້,ກະຊວງອຸດສາຫະກໍາ ແລະ ການຄ້າຮ່ວມກັບ ອົດສຕຣາລີ, ໄດ້ຈັດກອງປະຊຸມວຽກງານການແຂ່ງຂັນທາງທຸລະກິດ,ໂດຍການເປັນປະທານຂອງທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸກສາຫະກໍາແລະການຄ້າ, ທ່ານ Jane Chandler (Deputy Head of Mission),ທ່ານ Stewart Mckechnie, ຜູ້ຊ່ຽວຊານດ້ານການແຂ່ງຂັນທາງທຸລະກິດຂອງປະເທດອົດສຕຣາລີ,ທ່ານ Frank Tibital, ທີ່ປຶກສາອາວຸໂສຂອງໂຄງການ GLZ, ມີຜູ້ຕາງໜ້າຈາກກະຊວງຕ່າງໆ ເຂົ້າຮ່ວມນໍາດ້ວຍ.
ທ່ານ ບຸນທຽນ ແກ້ວສີພາ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບວຽກງານແຂ່ງຂັນທາງທຸລະກິດ ແລະ ການແລກປ່ຽນໃນການຈັດຕັ້ງປະຕິບັດກົດໝາຍແຂ່ງຂັນທາງທຸລະກິດ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງ ເພາະເປັນກົດໝາຍທີ່ສົ່ງເສີ່ມການແຂ່ງຂັນທາງທຸລະກິດທີ່ເປັນທໍາ, ສົ່ງເສີ່ມການຄົ້ນຄ້ວາ ແລະພັດທະນາເທັກໂນໂລຊີ, ນໍາໃຊ້ຊັບພະຍາກອນໃຫ້ມີປະສິດທິຜົນສູງສຸດ, ປະກອບສ່ວນເຂົ້າໃນການສ້າງບັນຍາກາດການລົງທຶນ, ປົກປ້ອງສະຫວັດດີພາບຂອງຜູ້ຊົມໃຊ້ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ພັດທະນາວຽກງານແຂ່ງຂັນທາງທຸລະກິດໃນກອບອາຊຽນ ແລະ ການສ້າງປະຊາຄົມເສດຖະກິດອາຊຽນຮອດປີ 2025. ສະນັ້ນ, ການແຂ່ງຂັນທາງທຸລະກິດ ຈຶ່ງເປັນເລື່ອງທີ່ທ້າທາຍ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໃຫ້ມີປະສິດທິພາບດີຂຶ້ນ.

