ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 4 ໄຂຂຶ້ນທີ່ນະຄອນຫລວງພະບາງ

ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ4 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ທັນວານີ້ທີ່ນະຄອນຫລວງພະບາງ, ໂດຍການເປັນປະທານຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງສປປ ລາວແລະ ທ່ານຫວັງ ອີ້ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປຈີນ, ມີບັນດາລັດຖະມົນຕີຕ່າງປະເທດຈາກບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄື:ສປປ ລາວ,ສສ.ຫວຽດນາມ. ສປ ຈີນ,ກຳປູເຈຍ, ມຽນມາ ແລະໄທ ເຂົ້າຮ່ວມ.
ກອງປະຊຸມດຳເນີນພາຍໃຕ້ຄໍາຂວັນ “ເພີ່ມທະວີການເປັນຄູ່ຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” (Enhancing Partnership for Shared Prosperity), ໂດຍໄດ້ປຶກສາຫາລືກັນໃນຫລາຍບັນຫາ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດບັນດາໂຄງການເຫັນຜົນໄວ ຈໍານວນ 45 ໂຄງການ ເຊິ່ງປັດຈຸບັນສາມາດປະຕິບັດສໍາເລັດແລ້ວ 25 ໂຄງການ, ກໍາລັງປະຕິບັດຢູ່ 8 ໂຄງການ ແລະ ຍັງລໍຖ້າການຈັດຕັ້ງປະຕິບັດອີກ 13 ໂຄງການພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 132 ໂຄງການ, ຈັດຕັ້ງປະຕິບັດແລ້ວ 24 ໂຄງການ, ກໍາລັງຈັດຕັ້ງປະຕິບັດຢູ່ 98 ໂຄງການ ແລະ ຍັງລໍຖ້າອີກ 4 ໂຄງການ. ໃນນັ້ນ, ມີໂຄງການທີ່ໄດ້ຮັບການຈັດຕັ້ງປະຕິບັດຢູ່ ສປປ ລາວ 18 ໂຄງການ (ໂຄງການເຫັນຜົນໄວ 5 ໂຄງການ ແລະ ພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງອີກ 13 ໂຄງການ), ໄດ້ທົບທວນຄືນ ກ່ຽວກັບການຈັດຕັັ້ງປະຕິບັດແຜນງານ 5 ປີ 2018-2022 ຊຶ່ງໄດ້ຖືກຮັບຮອງເອົາຢູ່ກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ທີ່ ປະເທດ ກຳປູເຈຍ ໃນຕົ້ນປີ 2018 ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ມີການຮັບຮອງເອົາ ບົດຖະແຫລງຂ່າວຮ່ວມກອງປະຊຸມ ລວມທັງບົດລາຍງານການຈັດຕັ້ງປະຕິບັດ ບັນດາໂຄງການ ໃນແຜນງານ 5 ປີ 2018-2022.
ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2016 ເຊິ່ງຖືເປັນຂອບການຮ່ວມມື ລະຫວ່າງ ສປ ຈີນ ແລະ ບັນດາປະເທດແມ່ນໍ້າຂອງ ກໍຄື ສປປ ລາວ, ຫວຽດນາມ, ກຳປູ ເຈຍ, ມຽນມາ ແລະ ໄທ; ໂດຍມີຈຸດປະສົງ ເພື່ອຮ່ວມມືກັນພັດທະນາ ເສດຖະກິດ ແລະ ສັງຄົມ ໂດຍແນໃສ່ຫລຸດຜ່ອນ ຄວາມແຕກໂຕນທາງດ້ານການພັດທະນາໃນພາກພື້ນນີ້ ເຊິ່ງມີກົນໄກການຮ່ວມມືແຕ່ລະ ດັບໜ່ວຍງານວິຊາການໃນ 5 ຂົງເຂດບູລິມະສິດ ໄປຈົນເຖິງລະດັບກອງປະຊຸມຜູ້ນໍາຂັ້ນສູງ, ເຊິ່ງກອງປະຊຸມລະດັບລັດຖະມົນຕີ ຕ່າງປະເທດ ແມ່ນຖືກຈັດຂຶ້ນໃນທຸກໆປີ ໂດຍການເປັນປະທານໝູນວຽນຂອງປະເທດແມ່ນໍ້າຂອງ ແລະ ສປ ຈີນ.
ສປປ ລາວ ໄດ້ຮັບກຽດໃຫ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ຕ່າງປະເທດຄັ້ງທີ 4 ໃນປີ 2018 ແລະ ຈະສືບຕໍ່ເປັນປະທານກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 3 ໃນປີ 2020.

