ສັບພະຄຸນດີໆຕໍ່ຮ່າງກາຍຈາກເຫັດເຜາະ

– ຊ່ວຍໃນການບຳລຸງຮ່າງກາຍໃຫ້ແຂງແຮງ.
– ຊ່ວຍປິ່ນປົວອາການຊຳ້ໃນ.
– ຊ່ວຍປ້ອງກັນພະຍາດວັນນະໂລກ.
– ຊ່ວຍປ້ອງກັນ ແລະ ຂັດຂວາງການເກີດຂອງແຊນມະເຮັງ ໄດ້ດີ.
– ຊ່ວຍໃນການສະໝານບາດແຜ ແລະ ຜິວໃຫ້ກ້ຽງນຽນ.
– ຊ່ວຍໃນການຫລຸດອາການບວມ ຫລື ອັກເສບ.
– ຊ່ວຍແກ້ອາການຮ້ອນໃນ ຫລື ແກ້ໄຂ້.
– ຊ່ວຍໃຫ້ເລືອດກ້າມໄດ້ໄວ, ຢຸດການໄຫລຂອງເລືອດໄດ້ງ່າຍຂຶ້ນ.
– ຊ່ວຍຫລຸດຜ່ອນອາການຄັນຕາມນິ້ວມື ຫລື ນິ້ວຕີນ.
ເຫັດເຜາະສາມາດເອົາມາປຸງແຕ່ງເປັນອາຫານໄດ້ຫລາຍລາຍການ ບໍ່ວ່າຈະແມ່ນແກງ, ເອາະ, ຂົ້ວ, ໝົກ ເຊິ່ງເຫັດເຜາະເປັນອາຫານພື້ນເມືອງເພື່ອສຸຂະພາບ ໃຫ້ຄຸນຄ່າທາງໂພຊະນາການ ແລະ ຊ່ວຍໃຫ້ສຸຂະພາບແຂງແຮງ.

