IEA ຊີ້ ອາເມລິກາ ມີອິດທິພົນຫລາຍຂຶ້ນ ໃນຕະຫລາດນ້ຳມັນໂລກ

ສຳນັກງານພະລັງງານສາກົນ (IEA) ລະບຸວ່າ: ເຖິງວ່າອາເມລິກາບໍ່ໄດ້ເຂົ້າຮ່ວມກອງປະຊຸມລະຫວ່າງກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປັກ) ແລະ ປະເທດນອກກຸ່ມໂອເປັກ ໃນອາທິດຜ່ານມາ ຢູ່ນະຄອນຫລວງວຽນນາ, ແຕ່ອາເມລິກາກຳລັງມີອິດທິພົນຫລາຍຂຶ້ນໃນຕະຫລາດນ້ຳມັນໂລກ.
“ເຖິງວ່າອາເມລິກາບໍ່ໄດ້ເຂົ້າຮ່ວມກອງປະຊຸມຢູ່ນະຄອນຫລວງວຽນນາ, ແຕ່ບໍ່ສາມາດປະຕິເສດອິດທິພົນທີ່ເພີ່ມຂຶ້ນຂອງອາເມລິກາ”. ລາຍງານຂອງ IEA ລະບຸ ແລະ ກ່າວວ່າ: “ກອງປະຊຸມໃນອາທິດຜ່ານມາ ເຮັດໃຫ້ພວກເຮົາເຫັນວ່າຣັດເຊຍ, ອາຣັບບີ ຊາອຸດິດ ແລະ ອາເມລິກາ ເຊິ່ງມີການຜະລິດນ້ຳມັນລວມກັນ 40% ຂອງທົ່ວໂລກ ຖືເປັນຜູ້ຫລິ້ນລາຍໃຫຍ່ໃນຕະຫລາດ”.
ອາເມລິກາ ຖືເປັນຜູ້ຜະລິດນ້ຳມັນລາຍໃຫຍ່ ເນື່ອງຈາກມີການປັບປຸງເຕັກນິກການຜະລິດນ້ຳມັນຈາກຊັ້ນຫີນດິນດານ (shale oil).
“ອາເມລິກາເປັນປະເທດຜູ້ຜະລິດນ້ຳມັນດິບລາຍໃຫຍ່ທີ່ສຸດຂອງໂລກໃນເວລານີ້ ແລະ ຍັງເປັນປະເທດຜູ້ຊົມໃຊ້ນ້ຳມັນລາຍໃຫຍ່ທີ່ສຸດຂອງໂລກ. ດັ່ງນັ້ນ ອາເມລິກາຈຶ່ງຕ້ອງການໃຫ້ລາຄານ້ຳມັນປັບລົງ ເຖິງວ່າດ້ານຜູ້ຜະລິດນ້ຳມັນຕ້ອງການເຫັນລາຄາສູງຂຶ້ນ ເພື່ອກະຕຸ້ນການລົງທຶນຕໍ່ໄປ. ລາຍງານລະບຸ.

