ລາວ-ຫວຽດນາມ ເພີ່ມທະວີຮ່ວມມືຕ້ານຢາເສບຕິດ

ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫລວດຫວຽດນາມ ໄດ້ຮ່ວມລົງນາມເອກະສານການຮ່ວມມືວ່າດ້ວຍການຄວບຄຸມຢາເສບຕິດໃນກອງປະຊຸມສອງຝ່າຍ ຄັ້ງທີ 17 ຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້, ຝ່າຍລາວນຳໂດຍທ່ານ ພົນຕີ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຝ່າຍຫວຽດນາມແມ່ນທ່ານຮອງລັດຖະມົນຕີກະຊວງຕຳຫລວດ ພົນໂທ
ເລກຸຍເພືອງ ໂດຍສອງຝ່າຍແມ່ນສືບຕໍ່ວຽກງານແລກປ່ຽນຂໍ້ມູນຂ່າວສານ, ການບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ການຮ່ວມມືປະຕິບັດໂຄງການແມ່ນ້ຳຂອງປອດໄພ
ແລະ ຕ້ານການກໍ່ອາຊະຍາກຳຕ່າງໆ ເພື່ອແນໃສ່ເຮັດໃຫ້ສອງປະເທດມີຄວາມສະຫງົບ ແລະ ປອດໄພຈາກຢາເສບຕິດ.

