ລາວລະນຶກວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

ໃນວັນທີ 27 ພະຈິກນີ້, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ຈັດພິທີລະນຶກວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການດັ່ງກ່າວ ແລະ ມີລັດຖະມົນຕີ, ຮອງລັດຖະມົນຕີກະຊວງຕ່າງໆ, ພ້ອມດ້ວຍທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວເຂົ້າຮ່ວມນໍາດ້ວຍ.
ທ່ານຮອງນາຍົກລັດຖະມົນຕີ ກ່າວໃນພິທີວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແມ່ນປາກົດການຫຍໍ້ທໍ້ຂອງສັງຄົມອັນຮ້າຍແຮງ ແລະ ປະກອບມີຫລາຍຮູບແບບເຊັ່ນ: ການບັງຄັບແຕ່ງງານ, ການແຕ່ງງານແຕ່ອາຍຸຍັງນ້ອຍ, ການຄ້າມະນຸດ, ການບັງຄັບຮ່ວມເພດ ແລະ ການຂົ່ມຂືນກະທຳຊຳເລົາ ສາມາດເກີດຂຶ້ນໃນຄອບຄົວ, ຊຸມຊົນທັງໃນຕົວເມືອງ ແລະ ຊົນນະບົດ ເຊິ່ງເກີດຂຶ້ນກັບແມ່ຍິງໃນທຸກປະເທດ ແລະ ມີຜົນກະທົບໂດຍກົງຕໍ່ແມ່ຍິງ ແລະ ເດັກນ້ອຍນັບແຕ່ມື້ເກີດໄປຈົນເຖິງໄວເຖົ້າແກ່ຊະລາ. ບັນຫາດັ່ງກ່າວເປັນສິ່ງກີດກັ້ນຢ່າງໜັກໜ່ວງໃນການພັດທະນາຄວາມອາດສາມາດຂອງຊັບພະຍາກອນມະນຸດຂອງບັນດາປະເທດ ທັງເປັນສິ່ງຂີດຂວາງຄວາມພະຍາຍາມຂອງລັດຖະບານໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະເປົ້າໝາຍທີ 5 ໃນການບັນລຸຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກຍິງທຸກຄົນ.
ທ່ານຮອງນາຍົກ ກ່າວຕື່ມວ່າ: ສໍາລັບ ສປປ ລາວ ອີງຕາມການສຳຫລວດກ່ຽວກັບສຸຂະພາບ ແລະ ປະສົບການຊີວິດຂອງແມ່ຍິງໃນປີ 2014 ພົບວ່າ: ຜົນສະທ້ອນຂອງການໃຊ້ຄວາມຮຸນແຮງຈາກຄູ່ຮັກ ແລະ ຜົນສະທ້ອນທາງດ້ານຮ່າງກາຍ, ຈິດໃຈ ແລະ ສຸຂະພາບຈະເລີນພັນ ເຫັນວ່າແມ່ຍິງ 1 ໃນ 7 ຄົນ (15%) ທີ່ເຄີຍແຕ່ງດອງຖືກຄວາມຮຸນແຮງທາງຮ່າງກາຍ ແລະ ທາງເພດຈາກຜົວ ຫລື ຄູ່ຮ່ວມຊີວິດ, ຖ້າເວົ້າສະເພາະຄວາມຮຸນແຮງຈາກຜົວແມ່ນແມ່ຍິງ 1 ໃນ 17 ຄົນປະມານ 6% ແລະ ຄູ່ຮ່ວມຊີວິດໃນປັດຈຸບັນ (12 ເດືອນຜ່ານມາ) ແມ່ນ 1 ໃນ 3 (30%) ແລະ ມີໂອກາດຂ້າຕົວຕາຍສູງກວ່າແມ່ຍິງທີ່ບໍ່ຖືກຄວາມຮຸນແຮງເຖິງ 4 ເທົ່າ.

