ກະຊວງການເງິນ ເລັ່ງແກ້ໄຂຂໍ້ຄົງຄ້າງດ້ານລາຍຮັບ

ປັດຈຸບັນ, ກະຊວງການເງິນ ໄດ້ເອົາໃຈໃສ່ເລັ່ງປັບປຸງບັນຫາຄົງຄ້າງດ້ານລາຍຮັບ ໂດຍສະເພາະການຄຸ້ມຄອງ ແລະ ຈັດເກັບລາຍຮັບງົບປະມານທີ່ຍັງບໍ່ທັນປະຕິບັດໄດ້ດີ, ຍັງບໍ່ທັນເກັບໄດ້ຄົບຖ້ວນຕາມທີ່ກົດໝາຍກຳນົດ, ຍັງມີການຮົ່ວໄຫລຂອງລາຍຮັບ, ຂາດລະບົບການເກັບກຳ ແລະ ຖານຂໍ້ມູນລາຍຮັບທີ່ຄົບຖ້ວນ ເພື່ອແກ້ໄຂບັນຫາດັ່ງກ່າວ, ກະຊວງການເງິນໄດ້ມີການກໍານົດວິທີການແກ້ໄຂຢ່າງລະອຽດ ແລະ ເປັນລະບົບ.

ໃນໂອກາດຕອບຂໍ້ຂ້ອງໃຈຂອງສະມາຊິກສະພາແຫ່ງຊາດ ໃນວັນທີ 27 ພະຈິກນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ຮູ້ວ່າ: ເພື່ອແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງດ້ານລາຍຮັບ ໂດຍສະເພາະແມ່ນການຄຸ້ມຄອງ ແລະ ຈັດເກັບລາຍຮັບງົບປະມານຍັງບໍ່ໄດ້ດີ, ມີການຮົ່ວໄຫລນັ້ນ ກະຊວງການເງິນໄດ້ມີການສໍາຫລວດຖານຂໍ້ມູນລາຍຮັບຄືນໃໝ່ ເພື່ອບັນທຶກ ແລະ ຈັດເຂົ້າໃນລະບົບຄຸ້ມຄອງທີ່ທັນສະໄໝ ເພື່ອເປັນພື້ນຖານໃຫ້ແກ່ການຈັດເກັບລາຍຮັບ ໃຫ້ຄົບຖ້ວນ ແລະ ຫລາຍຂຶ້ນກວ່າເກົ່າ, ພ້ອມໄດ້ມີການປັບປຸງການຄຸ້ມຄອງຫັນເປັນທັນສະໄໝໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ ດ້ວຍການປັບປຸງລະບົບຄຸ້ມຄອງລາຍຮັບ, ການແຈ້ງເສຍອາກອນ ແລະ ການມອບພັນທະຕ່າງໆຜ່ານລະບົບທະນາຄານ, ເພີ່ມລະບົບການແຈ້ງພາສີປະຕູດຽວແຫ່ງຊາດ ເພື່ອອຳນວຍຄວາມສະດວກ, ຫລຸດຂັ້ນຕອນເອກະສານ ແລະ ການອະນຸມັດໃຫ້ແກ່ການນຳເຂົ້າ-ສົ່ງອອກ. ພ້ອມນີ້ ກໍໄດ້ປັບປຸງນະໂຍບາຍ, ອັດຕາ ແລະ ວິທີການຈັດເກັບ; ປະຕິບັດມາດຕະການ ເພື່ອຊຸກຍູ້ການມອບພັນທະ ແລະ ການແກ້ໄຂບັນຫາການຄ້າງມອບພັນທະ ໂດຍສະເພາະການເກັບກຳ, ຕິດຕາມ, ເລັ່ງທວງບັນດາຫົວໜ່ວຍທີ່ມອບພັນທະບໍ່ທັນເວລາ ແລະ ບໍ່ທັນຄົບຖ້ວນ ເພື່ອປະຕິບັດມາດຕະການເຂັ້ມງວດໃນກໍລະນີທີ່ບໍ່ສາມາດປະຕິບັດໄດ້ຕາມກົດໝາຍ.
ໄປພ້ອມກັນນີ້, ຈະຕ້ອງສືບຕໍ່ແກ້ໄຂພາຫະນະນຳເຂົ້າທີ່ບໍ່ຖືກຕ້ອງທີ່ຍັງຄົງຄ້າງໃຫ້ຂາດຕົວ ແລະ ວາງມາດຕະການສະກັດກັ້ນຢ່າງເຂັ້ມງວດ ແລະ ເອົາໃຈໃສ່ປັບປຸງກົນໄກການປະຕິບັດລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນຂອງລັດໃຫ້ຄ່ອງຕົວ ແລະ ມີປະສິດທິຜົນກວ່າເກົ່າ; ສ້າງກົນໄກປະສານງານ ແລະ ກຳນົດມາດຕະການໃນການນຳເອົາລາຍຮັບຈາກຊັບສິນ ແລະ ການຂາຍເຄື່ອງຮິບທີ່ສານຕັດສິນເປັນຂອງລັດໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ.

