ແຊ້ມເກົ່າມາດຣິດ ເຂົ້າຮອບ 16 ທີມ ຢູຟາ ແຊ້ມປ້ຽນລີກ 16 ລະດູການຕິດຕໍ່ກັນ

ຣີລ ມາດຣິດ ແຊ້ມຢູຟາ ແຊມປ້ຽນລີກ 13 ສະໄຫມ ທັງເປັນແຊ້ມເກົ່າ 3 ສະໄຫມຊ້ອນ ຜົນງານໃນແຊມປ້ຽນລີກຍັງດີຄືເກົ່າ. ຫລ້າສຸດວັນທີ 27 ພະຈິກຜ່ານມາ ບຸກໄປຊະນະ ໝາປ່າໂຣມ້າ 2-0 ຈາກ ແກເຣັດເບວ ນາທີ 47 ແລະ ລູຄັສ ບາສເກັສ ນາທີ 59. ແກເຣັດເບວ ຍິງ 5 ປະຕູຈາກ 5 ນັດໃນແຊມປ້ຽນລີກ ນຳແຊ້ມເກົ່າ ມາດຣິດ ເຂົ້າຮອບ 16 ທີມ ເປັນລະດູການທີ 16 ລະດູການຕິດຕໍ່ກັນ ແລະ ສາມາດບຸກຊະນະ ໂຣມ້າ 5 ຈາກ 6 ນັດຫລັງສຸດ. ຜົນອີກຄູ່ໜຶ່ງໃນກຸ່ມດຽວກັນ ຊີເອັສເຄເອ ມັອສໂຄ ເປີດບ້ານເສຍຄາຖິ່ນໃຫ້ ວິກຕໍເຣຍ ພິວເຊັນ 1-2. ກຸ່ມ G ຜ່ານ 5 ນັດ ມາດຣິດ ແຊ້ມເກົ່າມີ 12 ຄະແນນ, ໂຣມ້າ 9 ຄະແນນ ທັງສອງທີມຄວ້າສິດເຂົ້າຮອບ 16 ທີມຕໍ່ໄປ. ຂະນະທີ່ ວິກຕໍເຣຍ ພິວເຊັນ ແລະ ຊີເອັສເຄເອ ມັອສໂຄ ມີ 4 ຄະແນນເທົ່າກັນ ຍາດອັນດັບ 3 ເພື່ອຊີງສິດໄປຫລິ້ນ ຢູໂຣປາລີກ ຮອບ 32 ທີມ. ນັດສຸດທ້າຍ ຣີລ ມາດຣິດ ພົບ ຊີເອັສເຄເອ ມັອສໂຄ ແລະ ວິກຕໍເຣຍ ພິວເຊັນ ພົບ ໂຣມ້າ ຈະແຂ່ງຂັນໃນວັນທີ 12 ທັນວານີ້.

