ເອທິໂອປີ ກຽມຍິງດາວທຽມ ຂຶ້ນສູ່ອະວະກາດເປັນຄັ້ງທຳອິດ

ເອທິໂອປີ ກຽມປ່ອຍດາວທຽມຂຶ້ນສູ່ອະວະກາດເປັນໜ່ວຍທຳອິດຂອງປະເທດໃນປີ 2019 ໂດຍການຊ່ວຍເຫລືອຈາກຈີນ.
ປະເທດເອທິໂອປີ ປະເທດໜຶ່ງທີ່ຂຶ້ນຊື່ວ່າເປັນປະເທດທີ່ທຸກຍາກທີ່ສຸດໃນທະວີບອາຟຣິກາ, ນັບແຕ່ປີ 2019 ເປັນຕົ້ນໄປ ໂລກອາດຕ້ອງເບິ່ງພາບພົດຂອງເອທິໂອປີໃນແບບທີ່ປ່ຽນໄປ ໂດຍສຳນັກຂ່າວ CGTN ຂອງຈີນລາຍງານວ່າ: ປະເທດເອທິໂອປີ ຈະມີດາວທຽມໜ່ວຍທຳອິດຂອງປະເທດໃນປີໜ້າ.
ລາຍງານລະບຸວ່າ: ດາວທຽມໜ່ວຍດັ່ງກ່າວຈະປ່ອຍຂຶ້ນສູ່ອະວະກາດຈາກຖານຍິງດາວທຽມຢູ່ປະເທດຈີນ ເຊິ່ງມີກຳນົດປ່ອຍໃນເດືອນກັນຍາ 2019 ແລະ ຈະມີສະຖານີຄວບຄຸມຢູ່ປະເທດເອທິໂອປີ. ດາວທຽມໜ່ວຍດັ່ງກ່າວມີມູນຄ່າປະມານ 8 ລ້ານໂດລາສະຫະລັດ ເຊິ່ງລັດຖະບານຈີນລົງທຶນໃຫ້ປະມານ 6 ລ້ານໂດລາສະຫະລັດ. ຫົວໜ້າສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຂອງມະຫາວິທະຍາໄລອາດດິສອາບາບາ ປະເທດເອທິໂອປີ ລະບຸວ່າ: ຈຸດປະສົງຂອງດາງທຽມດັ່ງກ່າວ ເພື່ອຮວບຮວມ ແລະ ສຶກສາກ່ຽວກັບການປ່ຽນແປງສະພາບອາກາດຂອງທະວີບອາຟຣິກາ ເພື່ອເປັນຂໍ້ມູນໃຊ້ໃນການພັດທະນາລະບົບຊົນລະປະທານ, ກະສິກຳ ແລະ ສິ່ງແວດລ້ອມຂອງເອທິໂອປີ ລວມທັງທະວີບອາຟຣິກາ.
ເຖິງຢ່າງໃດກໍດີ, ໂຄງການດັ່ງກ່າວມີສຽງວິຈານຈາກຫລາຍຝ່າຍວ່າ: ເອທິໂອປີເປັນໜຶ່ງໃນປະເທດທຸກຍາກທີ່ສຸດໃນໂລກ ລວມທັງຍັງມີປະຊາກອນທີ່ທຸກຍາກ ແລະ ຂາດເຂີນສານອາຫານອີກຫລາຍສິບລ້ານຄົນ, ລັດຖະບານຄວນນຳເງິນລົງທຶນດັ່ງກ່າວໄປຊ່ວຍເຫລືອຂັ້ນພື້ນຖານກ່ອນ.
