ປີ 2019 ລັດຖະບານຈະຫລຸດລາຄາໄຟຟ້າ ສໍາລັບຊົນລະປະທານລົງ 50%

ໃນປີ 2019 ທີ່ຈະມາເຖິງນີ້, ລັດຖະບານຈະໄດ້ກຳນົດນະໂຍບາຍຫລຸດລາຄາໄຟຟ້າ ສຳລັບຂະແໜງຊົນລະປະທານ 50% ແລະ ຂະແໜງລ້ຽງສັດ 30% ແລະ ຈະໄດ້ປັບປຸງຫົວໜ່ວຍລາຄາໄຟຟ້າຂອງຂະແໜງລ້ຽງສັດ ຈາກອັດຕາຫົວໜ່ວຍອຸດສາຫະກຳ ມາເປັນກະສິກຳ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ໃນໂອກາດຕອບຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນວັນທີ 26 ພະຈິກ 2018 ນີ້ວ່າ: ການຊົມໃຊ້ໄຟ ຟ້າເຂົ້າໃນການຜະລິດກະສິກຳ ໂດຍສະເພາະການຊົນລະປະທານຕ່າງໆເຫັນວ່າບໍລິມາດການຊົມໃຫ້ບໍ່ຫລາຍ ແຕ່ເມື່ອຊົມໃຊ້ແລ້ວພັດບໍ່ມີການຊຳລະຄ່າກະແສໄຟຟ້ານັບແຕ່ປີ 1995 ເປັນຕົ້ນມາ ແລະ ກໍໄດ້ລາຍງານລັດຖະບານ ເພື່ອປົດໜີ້ຂອງປະຊາຊົນບໍ່ໄດ້ໃຊ້ນີ້ອອກ ເຊິ່ງປັດຈຸບັນເກືອບ 200 ຕື້ກີບ, ສະນັ້ນ ນະໂຍບາຍຫລຸດຄ່າໄຟຟ້າ 50% ແລະ 30% ນີ້, ແມ່ນເພື່ອບໍ່ໃຫ້ມີໜີ້ເພີ່ມຂຶ້ນອີກ ແລະ ຍ້ອນຢາກໃຫ້ມີຜະລິດຕະພັນຂອງກະສິກອນເກີດຂຶ້ນ ຈຶ່ງໄດ້ຫລຸດລາຄາໄຟຟ້າດັ່ງກ່າວລົງຕາມການຊີ້ນຳຂອງລັດຖະບານ ກໍຄືສະພາແຫ່ງຊາດ.