ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈັບຜູ້ຄ້າຂາຍຢາເສບຕິດລາຍໃຫຍ່ມາດຳເນີນຄະດີ

ເມື່ອບໍ່ດົນມານີ້. ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ສາມາດຈັບຕົວທ້າວ ປາໄຊວ້າ (ໜູ) ອາຍຸ 28 ປີຢູ່ບ້ານນໍ້າຖວມ, ເມືອງນໍ້າບາກແຂວງຫລວງພະບາງ ແລະ ທ້າວ ເພັງຢາ ອາຍຸ 24 ປີຢູ່ບ້ານວັງໄຮ, ເມືອງໄຊແຂວງອຸດົມໄຊ ມາດຳເນີນຄະດີ ໃນຂໍ້ຫາຄ້າຂາຍຢາເສບຕິດ, ພ້ອມຂອງກາງຢາບ້າກ່ວາ 2 ແສນເມັດ, ໃນຂະນະທີ່ກໍາລັງນັດຊື້-ຂາຍໃຫ້ກັນຢູ່ທີ່ຄິວລົດໂດຍສານແຂວງອຸດົມໄຊ.
ຜ່ານການສືບສວນ-ສອບສວນ ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ, ໄດ້ຕິດຕໍ່ຊື້ນໍາພວກຮ່ວມຂະບວນການນໍາກັນ ເພື່ອຈະເອົາໄປຂາຍໃຫ້ຜູ້ສັ່ງຊື້, ເຊິ່ງນັດສົ່ງໃຫ້ກັນຢູ່ທີ່ຄິວລົດສາຍເໜືອເຂດບ້ານນາເລົາ, ເມືອງໄຊ ແຂວງອຸດົມໄຊ, ພໍໄປຮອດກໍຖືກເຈົ້າໜ້າທີ່ຕໍາຫລວດຈັບຕົວມາດຳເນີນຄະດີ.
