ເປແອສເຊ ຕົກລົງຄ່າຕົວ ເນມາ 200 ລ້ານຢູໂຣ ທີມໃດຈ່າຍເຖິງຍ້າຍໄດ້ເລີຍ

ເບເທເບ ສື່ຂອງກາຕາລຸນຢາ ລາຍງານວ່າ: ປາຣີ ແຊງແຊກແມງ ຕົກລົງກັບ ເນມາ ເຖິງເລື່ອງທີ່ຈະໃຫ້ລາວກັບໄປຫລິ້ນໃຫ້ທີມໃນສະເປນໃນລະດູການໜ້າໄດ້ ດ້ວຍຄ່າຕົວ 200 ລ້ານຢູໂຣ ໂດຍເຈົ້າໜ້າທີ່ຂອງ ອາຊູລກຣານ່າ ໄດ້ເຈລະຈາກັບພໍ່ຂອງນັກເຕະໄວ 26 ປີແລ້ວ.
ເນມາ ຕົກເປັນຂ່າວລືກ່ຽວກັບການຍ້າຍອອກຈາກ ປາຣີ ແຊງແຊກແມງ ເລື້ອຍໆ ເຖິງວ່າຈະຫາກໍຍ້າຍຈາກ ບາເຊໂລນາ ມາຢູ່ກັບ ປາຣີ ແຊງແຊກແມງ ດ້ວຍຄ່າຕົວສູງເປັນສະຖິຕິໂລກ 222 ລ້ານຢູໂຣ ໃນຊ່ວງຊຳເມີ້ປີ 2017 ກໍຕາມ, ຫລັງຈາກວ່າກັນວ່າລາວບໍ່ມີຄວາມສຸກກັບການຫລິ້ນໃນເມືອງນ້ຳຫອມແລ້ວ ເຊິ່ງ ອາຊູລກຣານ່າ ແລະ ຣີລ ມາດຣິດ ຕົກເປັນຂ່າວວ່າສົນໃຈຈະຄວ້າລາວໄປຮ່ວມທີມ.
ນອກຈາກ ປາຣີ ແຊງແຊກແມງ ຈະໄຟຂຽວໃຫ້ ເນມາ ຍ້າຍທີມໄດ້ແລ້ວ. ເບເທເບ ຍັງລາຍງານອີກວ່າ: ອັນເດຣ ກູຣີ ເຈົ້າໜ້າທີ່ຝ່າຍເຈລະຈາຂອງ ບາເຊໂລນາ ເຊິ່ງໃກ້ຊິດກັບຄອບຄົວຂອງ ເນມາ ໄດ້ນັດພົບກັບ ເນມາ ຊີເນຍ ພໍ່ຂອງດາວເຕະຊາວບຣາຊິລໃນນະຄອນຫລວງລອນດອນ ປະເທດອັງກິດ ໃນອາທິດກ່ອນ ເພື່ອໂອ້ລົມເຖິງຄວາມເປັນໄປໄດ້ທີ່ຈະໃຫ້ນັກເຕະໄວ 26 ປີ ຍ້າຍກັບໄປຫລິ້ນໃນຖິ່ນຄຳ ນູ ແລ້ວເຊັ່ນກັນ.
ສື່ລາຍງານອີກວ່າ: ເປົ້າໝາຍອັນດັບໜຶ່ງໃນໃຈຂອງ ເນມາ ຄືການກັບໄປຫລິ້ນໃຫ້ ບາເຊໂລນາ ແຕ່ລາວບໍ່ປິດໂອກາດທີ່ຈະຍ້າຍໄປຫລິ້ນໃຫ້ ຣີລ ມາດຣິດ ເຊັ່ນກັນ ຖ້າຜູ້ບໍລິຫານຂອງ ບາເຊໂລນາ ບໍ່ພ້ອມຈະທຸ້ມເງິນສູງເຖິງ 200 ລ້ານຢູໂຣ ເພື່ອເປັນຄ່າຕົວຂອງລາວ ໂດຍກ່ອນໜ້ານີ້ມີຂ່າວລືວ່າ: ບາເຊໂລນາ ອາດຈະຫາທາງຫລຸດຈຳນວນເງິນທີ່ຕ້ອງຈ່າຍ ໂດຍການແຖມ ອຸສມານ ເດມເບເລ່ ກອງໜ້າຊາວຝຣັ່ງເປັນສ່ວນໜຶ່ງໃນຂໍ້ສະເໜີແທນ.

