ຊີເກມ 2019 ເອຊຽນເກມ 2022 ບັນຈຸ ກິລາອີສະປ໋ອດເຂົ້າໃນການແຂ່ງຂັນ

ຄວາມຄືບໜ້າຫລ້າສຸດຂອງການບັນຈຸກິລາອີສະປ໋ອດ ໃນຊີເກມ 2019, ເອຊຽນເກມ 2022 ແລະ ໂອແລມປິກເກມ 2024 ໂດຍສະເພາະບັນຈຸເຂົ້າຊີງຫລຽນຄັ້ງປະຫວັດສາດ ໃນຊີເກມ 2019 ທີ່ຟີລິບປິນ. ຫລ້າສຸດຄະນະກຳມະການຈັດການແຂ່ງຂັນຊີເກມ ຄັ້ງທີ 30 ໃນປີ 2019 ໄດ້ປຶກສາຫາກັບຜູ້ໃຫ້ການສະໜັບສະໜູນ ສະໝອງອຸປະກອນເຄື່ອງມືການແຂ່ງຂັນກິລາອີສະປ໋ອດ ທ່ານ Min-Liang Tan ຜູ້ບໍລິຫານລະດັບສູງບໍລິສັດ Razer gaming hardware.
ທັງສອງພາກສ່ວນໄດ້ຫາລືກັນ ເພື່ອກຽມຄວາມພ້ອມຮອບດ້ານໃນການກຽມງານຄັ້ງນີ້ ຊຶ່ງເປັນການບັນຈຸຊີງຫລຽນໃນຊີເກມເປັນທາງການຄັ້ງທຳອິດ ໃນປະຫວັດສາດການແຂ່ງຂັນ ໂດຍຈະແຂ່ງຂັນຢູ່ເຂດເສດຖະກິດພິເສດ Clark ແຂວງ Pampanga ປະເທດຟີລິບປິນ. ທັງສອງພາກສ່ວນດີໃຈທີ່ໄດ້ຮ່ວມມືກັນສ້າງປະຫວັດໃຫ້ຊີເກມ ແລະ ຟີລິບປິນ ແລະ ຫວັງວ່າຈະໄດ້ຮັບຜົນສຳເລັດ ແລະ ການຕອບຮັບທີ່ດີຈາກຜູ້ຊົມ.
ອີສະປ໋ອດ ກາຍເປັນກິລາເອເລັກໂຕຣນິກ ທີ່ໄດ້ໄດ້ຮັບຄວາມນິຍົມສູງໃນທົ່ວໂລກ ໃນງານກິລາເອຊຽນເກມ 2018 ທີ່ອິນໂດເນເຊຍ ຖືກບັນຈຸເປັນກິລາສາທິດ ແລະ ກຽມບັນຈຸຊີງຫລຽນເປັນທາງການໃນເອຊຽນເກມຄັ້ງຕໍ່ໄປ ປີ 2022 ທີ່ຫາງໂຈ່ວ ປະເທດຈີນ. ນອກຈາກນີ້ ກໍກຽມເປັນກິລາສາທິດໃນໂອແລມປິກເກມ 2024 ທີ່ນະຄອນຫລວງປາຣິ ປະເທດຝຣັ່ງ. ດັ່ງນັ້ນ ນັກກີລາອີສະປ໋ອດລາວເຮົາກຽມໄວ້.

