TSEZ ຝຶກອົບຮົມວຽກງານການຂົນສົ່ງສີຂຽວ

ໃນທ້າຍອາທິດຜ່ານມານີ້, ຢູ່ເຂດເສດຖະກິດສະເພາະທ່າແຂກ (TSEZ ) ແຂວງຄໍາມ່ວນ, ໄດ້ຈັດຊຸດຝຶກອົບຮົມກ່ຽວກັບການຂົນສົ່ງສີຂຽວ ແລະ ການບໍລິຫານວຽກງານຂົນສົ່ງຂຶ້ນ, ໂດຍບັນດາບໍລິສັດຂົນສົ່ງ ແລະ ໂລຈິສຕິກພາຍໃນແຂວງເຂົ້າຮ່ວມ. ເພື່ອຮຽນຮູ້ການບໍລິຫານການຂົນສົ່ງສີຂຽວ, ການບໍລິຫານວຽກງານໂລຈິສຕິກ, ຄວາມປອດໄພໃນການຂົນສົ່ງ, ມາດຕະຖານໃນການຄວບຄຸມມົນລະພິດທີ່ມາຈາກການຂົນສົ່ງໂລຈິສຕິກ (GLSQS). ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ໄປຢ້ຽມຢາມລັດວິສາຫະກິດລາວບໍລິການຂົນສົ່ງສິນຄ້າຜ່ານແດນ, ບໍລິສັດ VP ບໍລິການຂົນສົ່ງສິນຄ້າຈໍາກັດ, ເຊິ່ງເປັນບໍລິສັດທີ່ໃຫ້ບໍລິການສິນຄ້າຜ່ານແດນພາຍໃນແຂວງຄໍາມ່ວນ.

