ເຟີນັນໂດ ອາລອນໂຊ້ ປະກາດອຳລາລົດສູດ 1 Formula 1 ຫລັງຈົບລະດູການນີ້

ເຟີນັນໂດ ອາລອນໂຊ້ (Fernando Alonso) ນັກຂັບລົດສູດ 1 Formula 1 ຊາວສະເປນ ໄວ 37 ປີ ຈາກທີມ ແມັກຄາເຣນ ປະກາດອຳລາລົດສູດ 1 Formula 1 ເປັນທາງການຫລັງຈົບລະດູການນີ້. ເຟີນັນໂດ ອາລອນໂຊ້ ຈະກັບໄປພົບກັບສິ່ງທ້າທາຍໃຫມ່ໃນການແຂ່ງຂັນລົດໃຫຍ່ທາງລຽບ ລາຍການ Indianapolis 500 ຫລັງເຄີຍທົດລອງແຂ່ງໃນປີ 2017.
ເຟີນັນໂດ ອາລອນໂຊ້ ຢູ່ກັບວົງການລົດສູດ 1 Formula 1 ມາແຕ່ປີ 2001 ກັບ 4 ຄ້າຍຄື: Minardi, Renault, McLaren ແລະ Ferrari ເຄີຍໄດ້ແຊ້ມໂລກ Formula 1 ສອງສະໄຫມໃນປີ 2005 ແລະ 2006 ກັບຄ້າຍ ເຣໂນລ, ສາມາດຄວ້າແຊ້ມໄດ້ 32 ສະໜາມ, ຂຶ້ນ 97 ໂພດ້ຽມ (ຕິດ 1 ໃນ 3), ຕິດຕໍາແໜ່ງ Pole positions 22 ຄັ້ງ, ເກັບໄດ້ 1.899 ຄະແນນ.
ການແຂ່ງຂັນ Formula 1 ລາຍການສຸດທ້າຍຂອງ ອາລອນໂຊ້ ແມ່ນ F1 ສະໜາມສຸດທ້າຍຂອງປີ 2018 ລາຍການ ອາບູດາບີ ກຣັງປຣີ (Abu Dhabi Grand Prix 2018) ໃນວັນທີ 25 ພະຈິກນີ້ ທີ່ສະໜາມ Yas Marina Circuit ນະຄອນຫລວງອາບູດາບີ ປະເທດສະຫະລັດ ອາຣັບ ເອມີເຣສ.

