ບຸນທາດຫລວງປີນີ້ສາມາດສະກັດກັ້ນສິ່ງຫຍໍ້ທໍ້ໄດ້ດີກວ່າປີຜ່ານມາຫລາຍເທົ່າ

ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ຕະຫລອດໄລຍະ 7 ວັນຂອງການຄົບງັນບຸນນະມັດສະການພະທາດຫລວງວຽງຈັນ (ແຕ່ວັນທີ 16 ຕຸລາຫາ 22 ພະຈິກ) ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນໃນບໍລິເວນ ງານບຸນພຽງ 20 ກ່ວາເລື່ອງ, ໃນນັ້ນສ່ວນຫລາຍແມ່ນເຫດການລວງກະເປົາ, ລັກຊັບ ແລະ ສະພາບເມົາ ແລະ ໂວຍວາຍ, ສ້າງຄວາມເສຍຫາຍຫລາຍກ່ວາ 8 ລ້ານກີບ, 44.000 ບາດ (ສະກຸນເງິນໄທ), 265 ໂດລາສະຫະລັດ, ຄອມພິມເຕີໂນດບຸກ 1 ໜ່ວຍ, ໂທລະສັບມືຖື 4 ໜ່ວຍ, ບັດ ATM 2 ບັດ ແລະ ເອກະສານຈຳນວນໜຶ່ງ. ໃນນີ້ສາມາດກັກຜູ້ແອບອ້າງເປັນພຣະສົງ 1 ຄົນ ແລະ ກັກຕົວຜູ້ໂວຍວາຍໃຊ້ສຽງດັງສ້າງຄວາມບໍ່ສະຫງົບ 1 ຄົນມາດຳເນີນຄະດີ. ແຕ່ທັງໝົດນັ້ນ ທຽບໃສ່ປີຜ່ານມາເຫັນວ່າຫລຸດລົງຫລາຍ, ເຊິ່ງປາກົດການບໍ່ດີດັ່ງກ່າວນີ້ເກີດຂຶ້ນໃນໄລຍະສາມມື້ສຸດທ້າຍຂອງງານບຸນ, ເນື່ອງຈາກໄດ້ມີມວນຊົນເຂົ້າມາທ່ຽວບຸນດັ່ງກ່າວເປັນຈໍານວນຫລາຍ, ຈຶ່ງເປັນຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີສາມາດສວຍໂອກາດລົງມືກໍ່ເຫດໄດ້ງ່າຍ, ໂດຍພວກເຂົາເຮັດເປັນຂະບວນການມີປະມານ 3-5 ຄົນ ແລະ ມີການວາງແຜນເລືອກເປົ້າໝາຍກ່ອນລົງມືກໍ່ເຫດແຕ່ລະຄັ້ງ ແລະ ຜູ້ຕ້ອງຫາກໍ່ເຫດທີ່ເຈົ້າໜ້າທີ່ຈັບສາມາດຈັບຕົວມາດໍາເນີນຄະດີໄດ້ຈໍານວນໜຶ່ງນັ້ນ, ສ່ວນໃຫຍ່ແມ່ນເປັນຊາວຕ່າງດ້າວທີ່ມາອອກແຮງງານຢູ່ລາວ.
ເຈົ້າໜ້າທີ່ຍັງໃຫ້ຮູ້ວ່າ: 16-22 ພະຈິກ 2018 ທົ່ວນະຄອນຫຼວງວຽງຈັນ ມີອຸປະຕິເຫດເກີດຂຶ້ນກ່ວາ 30 ກໍລະນີ, ເຮັດໃຫ້ມີເສຍຊີວິດ 5 ຄົນ ສາເຫດຫລັກແມ່ນຍ້ອນຜູ້ຂັບຂີ່ລະເມີດກົດລະບຽບການສັນຈອນ.

