ສິງກະໂປຄາດຄະເນ GDP ປີໜ້າຫລຸດລົງ ເຫດເສດຖະກິດອາຊີງຽບເຫງົາ

ທາງການສິງກະໂປຄາດຄະເນວ່າ: ເສດຖະກິດສິງກະໂປມີທ່າອ່ຽງຫລຸດລົງໃນປີໜ້າ ເນື່ອງຈາກອຸປະສົງໃນຕະຫລາດຫລັກໆໃນພາກພື້ນອາຊີງຽບເຫງົາ.
ກະຊວງການຄ້າ ແລະ ອຸດສາຫະກຳຂອງສິງກະໂປ ຄາດຄະເນວ່າ: ການຂະຫຍາຍຕົວຂອງເສດຖະກິດສິງກະໂປຈະຫລຸດລົງສູ່ລະດັບ 1,5-3,5% ໃນປີໜ້າ ເຊິ່ງຫລຸດລົງຈາກຂອບຄາດຄະເນເສດຖະກິດຂອງປີ 2018 ໃນລະດັບ 3-3,5%.
ສ່ວນລວມຍອດຜະລິດຕະພັນພາຍໃນ (GDP) ຂອງສິງກະໂປໃນໄຕມາດ 3 ອອກມາໜ້າຜິດຫວັງ ໂດຍມີການຂະຫຍາຍຕົວພຽງ 3% ເມື່ອທຽບໃສ່ລາຍໄຕມາດ ເຊິ່ງຕໍ່າກວ່າຕົວເລກຄາດຄະເນເບື້ອງຕົ້ນ 4,7% ແລະ ຖ້າທຽບໃສ່ລາຍປີ GDP ໄຕມາດ 3 ຂະຫຍາຍຕົວ 2,2% ເຊິ່ງຕໍ່າກວ່າຕົວເລກຄາດຄະເນເບື້ອງຕົ້ນ 2,6%.

