ຫວຽດນາມ ແລະ ອິນເດຍ ຕົກລົງ ສົ່ງເສີມການຄ້າ ແລະ ປ້ອງກັນປະເທດ

ຫວຽດນາມ ແລະ ອິນເດຍ ເຫັນພ້ອມສົ່ງເສີມການຄ້າ ລວມທັງຂະຫຍາຍການຮ່ວມມືດ້ານປ້ອງກັນປະເທດ ແລະ ຄວາມໝັ້ນຄົງລະຫວ່າງຜູ້ນຳອິນເດຍຢ້ຽມຢາມນະຄອນຫລວງຮ່າໂນ້ຍ.
ປະທານາທິບໍດີ ຣາ ນານ ໂກວິນ ຂອງອິນເດຍ ກ່າວລະຫວ່າງການຖະແຫລງຂ່າວຮ່ວມຢູ່ນະຄອນຫລວງຮ່າໂນ້ຍວ່າ: ທ່ານ ແລະ ປະທານປະເທດ ຫງວຽນຝູຈ້ອງ ຍັງໄດ້ພິຈາລະນາໂຄງການເງິນກູ້ຂອງອິນເດຍ ມູນຄ່າ 100 ລ້ານໂດລາສະຫະລັດ ໃນການຕໍ່ເຮືອລາດຕະເວນຄວາມໄວສູງສຳລັບກອງເຮືອໜ່ວຍຍາມຝັ່ງຫວຽດນາມ. ນອກຈາກນີ້ ຜູ້ນຳຫວຽດນາມກ່າວວ່າ: ຫວຽດນາມ ແລະ ອິນເດຍ ຈະຫາແນວທາງສົ່ງເສີມການລົງທຶນຂະໜາດກາງນຳອີກ. ປັດຈຸບັນ ອິນເດຍມີໂຄງການລົງທຶນ 182 ໂຄງການ ມູນຄ່າ 816 ລ້ານໂດລາສະຫະລັດ ໃນຫວຽດນາມ. ຂະນະທີ່ຂະແໜງທຸລະກິດ ຫວຽດນາມມີໂຄງການ 7 ໂຄງການ ມູນຄ່າປະມານ 6 ລ້ານໂດລາໃນອິນເດຍ. ປະທານາທິບໍດີອິນເດຍຢ້ຽມຢາມຫວຽດນາມເປັນເວລາ 3 ວັນ.

