ສຳເລັດກວ່າ 50% ການຂຶ້ນທະບຽນປັບສະຖານະແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທ

ໃນກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານປັບສະຖານະພາບແຮງງານລາວທີ່ເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍຢູ່ປະເທດໄທ, ທີ່ຈັດຂຶ້ນໃນວັນທີ 16 ພະຈິກນີ້, ຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ສິງຫາ 2017 ຫາ 26 ມິຖຸນາ 2018 ໜ່ວຍງານປັບສະຖານະພາບແຮງງານລາວໄດ້ອອກໜັງສືຢັ້ງຢືນສະຖານະພາບບຸກຄົນ ໃຫ້ແຮງງານລາວ ແລະ ຜູ້ຕິດຕາມໄດ້ 57% ຂອງຈໍານວນຕົວເລກ 71 ພັນຄົນທີ່ທາງການໄທຂຶ້ນບັນຊີ, ໂດຍແຮງງານລາວສ່ວນໃຫຍ່ແມ່ນເຄື່ອນຍ້າຍເຂົ້າມາເຮັດວຽກໃນປະເທດໄທນຳຜູ້ໃຊ້ແຮງງານລາຍຍ່ອຍໃນການບໍລິການຄ້າຂາຍ, ຮ້ານອາຫານ, ເຮັດວຽກສວນຢູ່ແບບກະແຈກກະຈາຍ, ສ່ວນແຮງງານລາວທີ່ເຮັດວຽກງານໃນຂະແຫນງອຸດສາຫະກຳຢູ່ໃນໂຮງຈັກໂຮງງານມີຈຳນວນໜ້ອຍ.
ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ສາເຫດແຮງງານລາວທີ່ໄປເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍຢູ່ປະເທດໄທ ສ່ວນໃຫຍ່ແມ່ນເປັນແຮງງານທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນລາວ-ໄທ, ສະພາບຄອບຄົວທຸກຍາກ, ລະດັບການສຶກສາຕ່ຳ, ເປັນແຮງງານທີ່ບໍ່ມີສີມື, ເປັນກໍາລັງແຮງງານໜຸ່ມ ແລະ ເປັນແຮງງານອາຊີບຈຳນວນໜຶ່ງ. ສະນັ້ນ ເພື່ອເຮັດໃຫ້ແຮງງານລາວທີ່ເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍຢູ່ໄທ ທີ່ໄດ້ມາຂຶ້ນທະບຽນກັບທາງການໄທ ໃຫ້ໄດ້ຮັບເອກະສານຢັ້ງຢືນຢ່າງຖືກຕ້ອງ, ມີໜັງສືຜ່ານແດນ, ມີບັດອະນຸຍາດເຮັດວຽກສາມາດເຂົ້າ-ອອກ ລະຫວ່າງປະເທດໄດ້ສະດວກມີຄວາມຈຳເປັນຢ່າງຍິ່ງ ຕ້ອງໄດ້ປັບສະຖານະແຮງງານລາວເຫລົ່ານັ້ນໃຫ້ຖືກຕ້ອງຕາມກົດໝາຍ, ຊຶ່ງຄາດວ່າ ຈະສຳເລັດໃນປີ 2019.

