ບຸນທາດຫຼວງ ຢ່າໃຫ້ຫ່ວງນຳຂີ້ເຫຍື້ອ

ໂດຍ : ມຶກບໍ່ແຫ້ງ

ຂີ້ເຫຍື້ອກາຍເປັນຂອງແຖມ ໃນງານບຸນຕ່າງໆຂອງພວກເຮົາມາໂດຍຕະຫລອດ ແຕ່ໃນໄລຍະມໍ່ໆ ມານີ້ເຫັນວ່າຂະບວນການ ປູກຈິດສຳນຶກ ແລະເຊີນຊວນປວງຊົນ ຮັກສາຄວາມສະອາດ ໄດ້ເພີ່ມທະວີຂຶ້ນ ເຊິ່ງເປັນໄລຍະ ທີ່ບຸນນະມັດສະການພຣະທາດຫຼວງກຳລັງດຳເນີນຢູ່ພໍດີ.

ໃນແຕ່ລະປີ ເມື່ອບຸນພຣະທາດຫຼວງສິ້ນສຸດລົງແລ້ວ ພວກເຮົາກໍຈະເຫັນຂີ້ເຫຍື້ອກອງຊະຊາຍ ຕາມຫ້າງຮ້ານ ແລະສະຖານທີ່ຕ່າງໆບໍລິເວນ ເຊິ່ງເປັນພາບພົດທີ່ບໍ່ຄ່ອຍງົດງາມປານໃດ ໂດຍສະເພາະ ກັບສະຖານທີ່ກາລະບູຊາ ແລະມີຊື່ສຽງແຫ່ງນີ້, ການທີ່ເຫັນຂີ້ເຫຍື້ອຖິ້ມຊະຊາຍ ຕາມງານບຸນຕ່າງໆ ໂດຍສະເພາະ ເປີງບຸນລະດັບຊາດນີ້ ມັນບໍ່ສະເພາະແຕ່ຈະເຮັດໃຫ້ ສະຖານທີ່ເປິະເປື້ອນເທົ່ານັ້ນ ແຕ່ຍັງເປັນການສ່ອງແສງເຖິງລະດັບຈິດສຳນຶກ ຂອງຜູ້ຄົນທົ່ວໄປ ແລະການບໍລິຫານຈັດການຂອງພວກເຮົານຳອີກ.

ໄລຍະມໍ່ໆມານີ້ ພວກເຮົາໄດ້ຍິນຂະບວນການ ທາງສັງຄົມເພື່ອຊຸກຍູ້ ສ້າງຈິດສຳນຶກຂອງປວງຊົນ ບໍ່ວ່າຈະເປັນ ການຫຼຸດຜ່ອນການ ນຳໃຊ້ ປຣາສຕິກ ຫັນມາໃຊ້ຖົງຜ້າ, ການເກັບມ້ຽນຂີ້ເຫຍື້ອຢ່າງເປັນລະບຽບ ແລະອື່ນໆ ເຊິ່ງ ຂໍອະນຸຍາດເອີ່ຍເຖິງຊື່ບາງການເຄື່ອນໄຫວຂອງພວກເພິ່ນຄື ວຽງຈັນສະອາດ, ສັບປະດາ ປອດຖົງພຣາສຕິກ ທີ່ນະຄອນຫຼວງວຽງຈັນ (Vientiane Zero Plastic Week) 19-25​ ພະຈິກ 2018 ທີ່ຢູ່ໃນໄລຍະດຽວກັນ ກັບ ບຸນນະມັດສະການ ພຣະທາດຫຼວງ, ນອກນັ້ນ ກໍຍັງມີ ບຸນສະອາດ (Eco fest) ທີ່ຄ້າຍຄືກັນກັບ ຂະບວນການອື່ນ ຢູ່ບ່ອນວ່າ ການສະໜັບສະໜູນ ການໃຊ້ຖົງຜ້າ ແທນຖົງປຣາສະຕິກ ແຕ່ຊື່ຂອງເພິ່ນເຈາະຈົງໃສ່ ງານບຸນນີ້ລະເປັນຕົ້ນກໍ.

ເພາະສະນັ້ນ ຈຶ່ງເປັນຊ່ວງໄລຍະເວລາທີ່ເໝາະສົມ ທີ່ພວກເຮົາຄວນຈະງ່ຽງຫູຟັງ ແລະພ້ອມພຽງກັນ ຈັດຕັ້ງປະຕິບັດ, ຍົກສູງຈິດສຳນຶກຂອງພວກເຮົາທຸກຄົນ ໃຫ້ມີຄວາມຮັບຜິດຊອບຕໍ່ການຮັກສາ ຄວາມສະອາດ ໃຫ້ຫຼາຍຂຶ້ນ.

ປີນີ້ ຜູ້ຂຽນໄດ້ເລາະບຸນ ພຣະທາດຫຼວງເຊັ່ນເຄີຍ ແລະຄ້າຍຄືກັນກັບປີຜ່ານມາ ທີ່ເພິ່ນໄດ້ເອົາຖົງ, ຖັງຂີ້ເຫຍື້ອ ມາປະລຽນກັນຕາມເດີ່ນຕັ້ງແຕ່ຫົວທີ ໂດຍສັງເກດເຫັນ ມີໂຕໜັງ ບັກໃຫຍ່ ຂຽນບອກວ່າ “ກະລຸນາ ຖິ້ມຂີ້ເຫຍື້ອໃສ່ຖົງຢູ່ບ່ອນນີ້” ແລະ ຄະນະຈັດຕັ້ງພິທີ ເພິ່ນຍັງຢາຍໃສ່ຖີ່ກັນສົມຄວນ ຕາມຈຸດຕ່າງໆ.

ເພາະສະນັ້ນ ພວກເຮົາຍັງຈະຫ່ວງເລື່ອງຂີ້ເຫຍື້ອຊະຊາຍຢູ່ຊັ້ນບໍ່? ແນ່ນອນແລ້ວພວກເຮົາຍັງກັງວົນຢູ່ ບ່ອນໜຶ່ງທີ່ສຳຄັນວ່າ ຄົນຈຳນວນຫຼາຍນັ້ນ ເວລາຊິຖິ້ມຂີ້ເຫຍື້ອບໍ່ໄດ້ຄິດຮອດຖັງຂີ້ເຫຍື້ອນັ້ນຊໍ້າ ໂດຍຕິດພັນກັບ ຄວາມຊິນເຄີຍທີ່ວ່າ “ບໍ່ເປັນຫຍັງດອກ” ເຊິ່ງສິ່ງດັ່ງກ່າວຈຳເປັນຕ້ອງມີການປ່ຽນແປງທັດສະນະຄະຕິ ຂອງພວກເຮົາແລ້ວລະ.

ເພື່ອທີ່ຈະຫຼຸດຜ່ອນຄວາມ ເປີະເປື້ອນຂອງເດີ່ນພຣະທາດຫຼວງພວກເຮົາ, ທຸກຄົນຄວນມີສ່ວນຮັບ ຜິດຊອບຊ່ວຍກັນ ໃນການຖິ້ມຂີ້ເຫຍື້ອ, ຄິດຮອດ ຖັງຂີ້ເຫຍື້ອງາມໆທີ່ເພິ່ນມາປະໄວ້ໃຫ້ພວກເຮົາຖິ້ມນັ້ນກ່ອນ, ເສດຖະກິດ ແລະ ຄວາມຈະເລີນທາງວັດຖຸຍິ່ງຂະຫຍາຍຕົວ ພວກເຮົາກໍຄວນຈະປ່ຽນແປງ ພຶດຕິກຳ ຫັນມາຮັກຄວາມສະອາດຊ່ວຍກັນໃຫ້ຫຼາຍຂຶ້ນ.

ມີແຕ່ຈິດສຳນຶກຂອງພວກເຮົາໝົດທຸກຄົນເທົ່ານັ້ນ ທີ່ຈະເຮັດໃຫ້ເດີ່ນພຣະທາດຫຼວງ ພາຍຫຼັງງານບຸນສິ້ນສຸດລົງ ຍັງຄົງງົດງາມດັ່ງເກົ່າ.