ຊາເວເຣຟ ດັບ ຊ່າໂນເລ່ ຄວ້າແຊ້ມ ເອທີພີໄຟນອລ

ອາເລັກຊານເດີ ຊາເວເຣຟ ນັກເທັນນິສໜຸ່ມຊາວເຢຍລະມັນ ສ້າງຜົນງານສຸດຍອດ ເອົາຊະນະ ໂນວັກ ຢໍໂຄວິດ ນັກເທັນນິສຊາວເຊີເບຍ 2-0 ເຊັດ 6-4, 6-3 ຄວ້າແຊ້ມລາຍການ ເອທີພີ ໄຟນອລ ຢູ່ນະຄອນຫລວງລອນດອນ ປະເທດອັງກິດ ໃນວັນທີ 18 ພະຈິກຜ່ານມາ.
ຊາເວເຣຟ ເຊິ່ງເປັນມືອັນດັບ 3 ຂອງລາຍການ ເອົາຊະນະ ໂຣເຈີ ເຟເດີເຣີ ອະດີດມື 1 ຂອງໂລກຈາກສະວິດເຊີແລນ ໃນຮອບຮອງຊະນະເລີດ ຄວ້າເງິນລາງວັນຈາກການຄວ້າແຊ້ມລາຍການນີ້ 2 ລ້ານປອນ.

