ອາເມລິກາຢຶດໂຄເຄນເກືອບ 20 ໂຕນ ໃນເຮືອ 12 ລຳນອກຝັ່ງປາຊີຟິກ

ໜ່ວຍຍາມຝັ່ງອາເມລິກາແຈ້ງວ່າ: ເຈົ້າໜ້າທີ່ຢຶດໂຄເຄນໄດ້ນ້ຳໜັກ 18,5 ໂຕນ ມູນຄ່າຊື້ຂາຍໃນຕະຫລາດຢາເສບຕິດ 500 ລ້ານໂດລາສະຫະລັດ ໄດ້ຈາກເຮືອ 15 ລຳໃນນ່ານນ້ຳສາກົນ ທາງມະຫາສະໝຸດປາຊີຟິກຕາເວັນອອກ.
ໜ່ວຍຍາມຝັ່ງອາເມລິກາແຈ້ງວ່າ: ເຮັດວຽກຮ່ວມກັບໜ່ວຍງານລັດຖະບານຫລາຍແຫ່ງ ແລະ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຫລາຍປະເທດຢຶດໂຄເຄນຈາກເຮືອຜິດກົດໝາຍທີ່ຢູ່ນອກຝັ່ງແມັກຊິກ, ອາເມລິກາກາງ ແລະ ອາເມລິກາໃຕ້. ໜັງສືພິມໄມອາມີເຮຣັລ ລາຍງານວ່າ: ນອກຈາກຢຶດໂຄເຄນແລ້ວ ເຈົ້າໜ້າທີ່ຍັງໄດ້ຈັບກຸມຜູ້ຕ້ອງສົງໄສ 49 ຄົນ ແລະ ກຽມສົ່ງຟ້ອງໃນລັດຟໍຣິດາ, ສ່ວນປີຜ່ານມາ ໜ່ວຍຍາມຝັ່ງອາເມລິກາຢຶດໂຄເຄນໄດ້ທັງໝົດ 226 ໂຕນ, ຈັບກຸມຜູ້ຕ້ອງສົງໄສໄດ້ 708 ຄົນ.
ເຈົ້າໜ້າທີ່ລັດຖະບານກາງອາເມລິກາ ລະບຸວ່າ: ໂຄເຄນຍັງເປັນຢາເສບຕິດຜິດກົດໝາຍຍອດນິຍົມຢ່າງໜຶ່ງໃນອາເມລິກາ ເຊິ່ງເປັນປະເທດທີ່ເສບໂຄເຄນເກືອບທັງໝົດທີ່ຜະລິດໄດ້. ກະຊວງຕ່າງປະເທດອາເມລິກາລະບຸໃນລາຍງານການຄ້າຢາເສບຕິດໂລກປີ 2017 ວ່າ: ມີສັນຍານເບື້ອງຕົ້ນທີ່ໜ້າກັງວົນວ່າ: ອາເມລິກາມີການຊື້ຂາຍໂຄເຄນ ແລະ ມີການເສບໂຄເຄນເພີ່ມຂຶ້ນເປັນຄັ້ງທຳອິດໃນຮອບເກືອບທົດສະວັດ. ຂະນະທີ່ສະຫະປະຊາຊາດລະບຸໃນລາຍງານຢາເສບຕິດ ແລະ ອາຊະຍາກຳ ປີ 2018 ວ່າ: ປະລິມານໂຄເຄນທົ່ວໂລກມີສູງເຖິງ 1.410 ໂຕນ ໃນປີ 2016 ສູງທີ່ສຸດເທົ່າທີ່ເຄີຍມີການຕີລາຄາມາ.

