ໄລຊິກ ອາດໝົດສິດໄປຫຼິ້ນ ຢູຟາ ແຊ໊ມປຽນລີກ

ຣາເຊນບອລສະປອດ ໄລຊິກ ທີມຮອງແຊ໊ມບຸນເດສລີກາ ເຢຍລະມັນ ອາດຈະໝົດສິດໄປ ຫຼິ້ນ ຢູຟາ ແຊ໊ມປຽນລກ ໃນລະດູ ການ 2017-18 ຫຼັງຈາກ ທີມ ເອຟຊີເຣດບູລ ຊັລບວກ ໄດ້ແຊ໊ມ ລີກ ອອສເຕຣຍ.

ລາຍງານລະບຸວ່າ ໄລຊິກ ກັບ ຊັລບວກ ມີເຈົ້າຂອງຄົນດຽວ ກັນຄື ເຣດບູລ ບໍລິສັດເຄື່ອງດື່ມ ໃຫຍ່ ເຮັດໃຫ້ມີປັນຫາຕາມມາ ເນື່ອງຈາກ ສະຫະພັນບານເຕະ ເອີຣົບ ຫຼື ຢູຟາ ມີກົດອອກມາວ່າ ອະນຸຍາດໃຫ້ທີມບານເຕະທີ່ມີເຈົ້າ ຂອງຄົນດຽວກັນພຽງທີມດຽມ  ເທົ່ານັ້ນ ທີ່ຈະເຂົ້າຮ່ວມການແຂ່ງ ຂັນໃນສຶກ ຢູຟາ ແຊ໊ມປຽນລີກ ຫຼື ຢູໂຣປາລີກ.

ທັງນີ້ຕາມກົດແລ້ວ ຢູຟາ ຈະໃຫ້ສິດທີມທີ່ມີອັນດັບໃນລີກດີກວ່າໄປຫຼິ້້ນທີມດຽວ ເຊິ່ງໃນກໍລະ ນີ ເອຟຊີ ເຣດບູລ ຊັລບວກ ຈະໄດ້ ສິດໄປຫຼິ້ນສຶກ ຢູຟາ ແຊ໊ມປຽນ ລີກ.

ແນວໃດກໍຕາມ ຢູຟາ ຈະພິ ຈາລະນາເລື່ອງນີ້ອີກຄັ້ງ ຫຼັງ ຈົບລະດູການຂອງທຸກລີກແລ້ວ ໂດຍຄາດວ່າໜ້າຈະຮູ້ຜົນໃນ ເດືອນມິຖຸນານີ້.