ສ.ເຊັກ ຄວ້າແຊ້ມເທັນນິສທີມຍິງ ຊີງແຊ້ມໂລກ ສະໄຫມທີ 11

ການແຂ່ງຂັນເທັນນິສທີມຍິງ ຊີງແຊ້ມໂລກ ປະຈຳປີ 2018 ຫລື Fed Cup ຮອບຊີງຊະນະເລີດ ໃນທ້າຍອາທິດຜ່ານມາ ທີ່ນະຄອນຫລວງປຣາກ ສາທາລະນະລັດເຊັກ ລະຫວ່າງເຈົ້າພາບ ສາທາລະນະລັດເຊັກ ແຊ້ມ 10 ສະໄຫມ ພົບກັບ ສະຫະລັດອາເມລິກາ ແຊ້ມສູງສຸດ 18 ສະໄຫມ.
ປາກົດວ່າ: ເຈົ້າພາບ ສາທາລະນະລັດເຊັກ ເຮັດໄດ້ດີກວ່າ ສະຫະລັດອາເມລິກາ ໂດຍສະເພາະ ຄາເທຣີນ້າ ຊີເນຍໂກວ້າ (Kateřina Siniaková) ມືອັນດັບ 31 ຂອງໂລກ ອາຍຸ 22 ປີ ເກັບໄຊ 2 ນັດລວດ ຊະນະ ອາລີສັນ ຣິສເກ້ (Alison Riske) 2-0 ເຊັດ ແລະ ຊະນະ ໂຊເຟຍ ເຄນິນ (Sofia Kenin) 2-1 ເຊັດ.
ຂະນະທີ່ ບາຣໂບຣາ ສະຕຣີໂຄວ້າ (Barbora Strýcová) ເກັບໄຊໄດ້ 1 ນັດ ນຳ ສາທາລະນະລັດເຊັກ ຊະນະ ສະຫະລັດອາເມລິກາ 3-0 ຄູ່ ຄວ້າແຊ້ມສະໄຫມທີ 11 ແລະ ເປັນສະໄຫມທີ 6 ຈາກ 8 ປີຫລັງສຸດ. ການແຂ່ງຂັນໃນປີນີ້ອາດຂາດສີສັນໄປສົມຄວນ ເນື່ອງຈາກມືອັນດັບຕົ້ນໆຂອງທັງສອງປະເທດເຊັ່ນ: ເປຕຣ້າ ຄີໂຕວ້າ, ຄາໂຣລີນ້າ ປິສໂກວ້າ, ເຊເຣນ້າ ວິນລ້ຽມ, ວີນັສ ວິນລ້ຽມ ແລະ ສະລ໋ວດ ສະຕີເຟັ້ນ.

