ຣີລ ມາດຣິດ ແຕ່ງຕັ້ງ ຊານເຕຍໂກ ໂຊລາຣີ ຄູຝຶກຊາວອາເຈນຕິນາ ຄຸມທີມເຖິງປີ 2021

ວັນທີ 13 ພະຈິກຜ່ານມາ, ຣີລ ມາດຣິດ ສະໂມສອນຍັກໃຫຍ່ຈາກ ລາລີກາ ສະເປນ ປະກາດມອບສັນຍາສະບັບໃໝ່ໃຫ້ ຊານເຕຍໂກ ໂຊລາຣີ (Santiago Solari) ຄູຝຶກຊາວອາເຈນຕິນາ ໄວ 42 ປີ ຄຸມທີມຖາວອນເຖິງປີ 2021. ເມື່ອວັນທີ 30 ຕຸລາຜ່ານມາ, ຊານເຕຍໂກ ໂຊລາຣີ ຖືກແຕ່ງຕັ້ງມາຄຸມທີມຊຸດໃຫຍ່ຊົ່ວຄາວ ເຊິ່ງມາຈາກທີມສຳຮອງ ຣີລ ມາດຣິດ ເບ ເຂົ້າມາຄຸມທີມຕໍ່ຈາກ ຈູເລ ໂລເປເຕກີ (Jule Lopetegui) ຄູຝຶກຊາວສະເປນ ໄວ 52 ປີ ທີ່ເຂົ້າມາຄຸມທີມເມື່ອວັນທີ 12 ມິຖຸນາ 2018, ຄຸມທີມທັງໝົດ 14 ນັດລວມ: ຊະນະ 6 ນັດ, ສະເໝີ 2 ນັດ ແລະ ເສຍ 6 ນັດ ຈຶ່ງຖືກທາງສະໂມສອນ ຣີລ ມາດຣິດ ປົດອອກຈາກຕຳແໜ່ງຄູຝຶກ ໃນວັນທີ 29 ຕຸລາ 2018. ຊານເຕຍໂກ ໂຊລາຣີ ເຂົ້າມາຄຸມທີມ 4 ນັດລວມທຸກລາຍການ ແລະ ພາທີມຊະນະທຸກນັດ ໂດຍກ່ອນໜ້ານີ້ ຣີລ ມາດຣິດ ມີຂ່າວສົນໃຈດຶງ 3 ຄູຝຶກຊື່ດັງເຂົ້າມາຄຸມທີມ ປະກອບມີ: ອັນໂຕນິໂອ ຄອນເຕ (Antonio Conte) ຄູຝຶກຊາວອີຕາລີ ອະດີດຄູຝຶກ ເຊລຊີ ແລະ ທີມຊາດອີຕາລີ, ເມົາຣິຊີໂອ້ ໂປເຊດຕິໂນ້ ຄູຝຶກຊາວອາເຈນຕິນາ ຄູຝຶກສະເປີ ແລະ ໂຈເຊ ມູຣິນໂຢ (José Mourinho) ຄູຝຶກຊາວໂປຕຸເກດ ຄູຝຶກ ແມນຢູ. ແຕ່ສຸດທ້າຍ ຣີລ ມາດຣິດ ກໍແຕ່ງຕັ້ງ ຊານເຕຍໂກ ໂຊລາຣີ ຄູຝຶກຊາວອາເຈນຕິນາ ໄວ 42 ປີ ຄຸມທີມຖາວອນເຖິງປີ 2021.

