ຈີນຮຽກຮ້ອງເປີດເສລີເສດຖະກິດໂລກ

ກ່ອນເປີດກອງປະຊຸມສຸດຍອດອາຊຽນ ຢູ່ສິງກະໂປ ທ່າມກາງກະແສຄາດຄະເນວ່າ: ຈະມີການລົງນາມຮັບຮອງຂໍ້ຕົກລົງອາເຊັບທີ່ຈີນຊຸກຍູ້.
ນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ຂອງຈີນ ກ່າວວ່າ: ລັດຖະບານປັກກິ່ງຈະເປີດປະຕູເສດຖະກິດຫລາຍຂຶ້ນ ເພື່ອຕອບໂຕ້ນະໂຍບາຍປົກປ້ອງອຸດສາຫະກຳໃນປະເທດຂອງລັດຖະບານຫລາຍປະເທດ.
ຄຳກ່າວຂອງທ່ານ ຫລີ ເຄີ້ສຽງ ມີຂຶ້ນກ່ອນໜ້າກອງປະຊຸມສຸດຍອດຂອງບັນດາຜູ້ນຳອາຊຽນ ແລະ ປະເທດເຂດອາຊີ-ປາຊີຟິກ ຢູ່ສິງກະໂປ ໃນອາທິດນີ້ ທີ່ເນັ້ນຫາລືບັນຫາຄວາມເຄັ່ງຕຶງທາງການຄ້າເປັນຫລັກ ແລະ ໃນກອງປະຊຸມຄັ້ງນີ້, ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ບໍ່ໄດ້ເຂົ້າຮ່ວມ ແຕ່ສົ່ງຮອງປະທານາທິບໍດີ ໄມ ເພັນ ມາເປັນຕົວແທນ.
ນອກຈາກນີ້, ຍັງມີຜູ້ນຳປະເທດອື່ນໆ ລວມທັງປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ, ນາຍົກລັດຖະມົນຕີ ນາເຣນທາ ໂມດີ ຂອງອິນເດຍ ແລະ ນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນ ຮ່ວມກອງປະຊຸມກັບບັນດາຜູ້ນຳອາຊຽນ.
ໃນກອງປະຊຸມຄັ້ງນີ້, ຈີນ, ຍີ່ປຸ່ນ, ອິນເດຍ ແລະ ປະເທດອາຊີ-ປາຊີຟິກອື່ນໆ ຈະຊຸກຍູ້ໃຫ້ຂໍ້ຕົກລົງພັນທະມິດທາງການຄ້າລະດັບພາກພື້ນ (ອາເຊັບ) ເຊິ່ງຄວບຄຸມປະຊາກອນປະມານເຄິ່ງໜຶ່ງຂອງໂລກ ບັນລຸຕາມຈຸດປະສົງໃຫ້ໄດ້ຫລາຍທີ່ສຸດ ເປັນສ່ວນໜຶ່ງຂອງຄວາມພະຍາຍາມທີ່ຈະຕອບໂຕ້ລັດທິກີດກັ້ນການຄ້າ ທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວ ລວມທັງນະໂຍບາຍອາເມລິກາມາເປັນອັນດັບໜຶ່ງຂອງປະທານາທິບໍດີ ທຣຳ.

