The pizza company ສະເຫລີມສະຫລອງຄົບຮອບ 8 ປີແຈກໂຊກຄັ້ງຍິ່ງໃຫຍ່

ໃນວັນທີ 10 ພະຈິກນີ້, ເດີພິດຊ່າຄອມປານີ (The pizza company) ໄດ້ຈັດງານສະເຫລີມສະຫລອງວັນຄົບຮອບ 8 ປີແຫ່ງການເຂົ້າມາເປີດຕະຫລາດຢູ່ລາວດ້ວຍການແຈກໂຊກຄັ້ງຍິ່ງໃຫຍ່ຂຶ້ນທີ່ສູນການຄ້າວຽງຈັນເຊັນເຕີ, ເພື່ອເປັນການຂອບໃຈ ແລະ ຄືນກຳໄລໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການຕະຫລອດມາ, ໂດຍການເຂົ້າຮ່ວມຂອງທ່ານ ມີເກວ ແຟຣງກິນ (Mickel frangkin) ຜູ້ຈັດການທົ່ວໄປຂອງ The pizza company, ທ່ານ ແສງອາທິດ ຜູ້ອຳນວຍການບໍລິສັດ TVS, ທ່ານນາງ ອາຍາກາ ຜູ້ອຳນວຍການດ້ານການຕະຫລາດບໍລິສັດ ລາວຟອດ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

ເມື່ອ 2 ເດືອນຜ່ານມາ The pizza company ໄດ້ມີການຈັບສະຫລາກລາກ 3 ລາງວັນໃຫຍ່ຄື: ລາງວັນທີ 5 ແມ່ນຈະໄດ້ຮັບກະເປົານາລີ, ລາງວັນທີ 4 ບັດປ່ຽນນໍ້າມັນເຄື່ອງຈາກ Quick Land, ລາງວັນທີ 3 ຈະໄດ້ຮັບລາງວັນໄປທ່ຽວເກາະສະມຸຍຈາກ Bangkok Airway ແລະ ສຳລັບມື້ນີ້ໄດ້ມີການຈັບສະຫລາກລາງວັນໃຫຍ່ຄື: ລາງວັນທີ 2 ລົດຈັກ TVS ເຊິ່ງເປັນລົດຈັກທີ່ມີຄວາມແຂງແກ່ງ, ທົນທານ, ປະຢັດນໍ້າມັນ 60 ຫລັກຕໍ່ກິໂລແມັດຕໍ່ລິດ, ເຊິ່ງຜູ້ໂຊກດີໄດ້ແກ່ທ່ານ ຮີ ວອນ ເຊັນ ສັນຊາດເກົາຫລີ ແລະ ລາງວັນທີ 1 ຈະໄດ້ຮັບຄຳຮູບປະພັນນໍ້າໝັກ 8 ບາດ, ເຊິ່ງຜູ້ໂຊກດີໄດ້ແກ່ທ່ານນາງ ດອກຄຳ ສູນທະນາໄລ ຢູ່ບ້ານໂພສີ, ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ.
ນອກຈາກນີ້, ຍັງມີກິດຈະກຳຫລາຍຢ່າງ ພ້ອມທັງແຈກບັດສ່ວນຫລຸດໃຫ້ແກ່ຜູ້ເຂົ້າມາໃຊ້ບໍລິການຢູ່ຮ້ານ The pizza company ທຸກໆແຫ່ງໃນນະຄອນຫລວງວຽງຈັນ ແລະ ຍັງມີໂປຣໂມຊັນດີໆແບບນີ້ໃຫ້ແກ່ລູກຄ້າຕື່ມອີກທຸກໆເດືອນ.

