ທ່ານ ທຣຳ ປະກາດພາວະສຸກເສີນ ໄຟໄໝ້ປ່າຢູ່ກາລິຟໍເນຍ

ປະທານາທິບໍດີ ໂດນັລ ທຣຳ ປະກາດສະຖານະການສຸກເສີນໃນລັດກາລິຟໍເນຍ ທີ່ຢູ່ທາງຕາເວັນຕົກຂອງປະເທດ ເຊິ່ງເກີດໄຟໄໝ້ປ່າຂະໜາດໃຫຍ່ຫລາຍແຫ່ງ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 23 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທຳນຽບຂາວອອກຖະແຫລງການໃນວັນທີ 9 ພະຈິກວ່າ: ປະທານາທິບໍດີ ໂດນັລ ທຣຳ ໄດ້ລົງນາມໃຫ້ລັດກາລິຟໍເນຍຢູ່ພາຍໃຕ້ຄຳສັ່ງສະຖານະການສຸກເສີນ ເຊິ່ງເປັນຜົນຈາກໄຟໄໝ້ປ່າ “ແຄມ” ເຊິ່ງເກີດຂຶ້ນໃນເຂດທາງເໜືອຂອງລັດ ໃນວັນທີ 8 ພະຈິກ ໂດຍຜູ້ນຳອາເມລິກາສັ່ງໃຫ້ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມ ແລະ ສຳນັກງານແກ້ໄຂສະພາບສຸກເສີນ (ຟີມາ) ເປັນຫົວໜ້າທີມໃນການປະສານງານ ແລະ ສົ່ງມອບການຊ່ວຍເຫລືອລະຫວ່າງລັດຖະບານກັບທາງການລັດກາລິຟໍເນຍ ໂດຍສະເພາະເຂດບຸດ, ເຂດເວນທູຣາ ແລະ ພື້ນທີ່ອ້ອມຮອບນະຄອນລອສແອນເຈລິສ.
ສຳນັກງານມອດໄຟລັດກາລິຟໍເນຍ ລາຍງານໃນວັນທີ 10 ພະຈິກວ່າ: ຈຳນວນຜູ້ເສຍຊີວິດຈາກໄຟໄໝ້ປ່າເພີ່ມເປັນຢ່າງໜ້ອຍ 23 ຄົນ, ຂະນະທີ່ໄຟໄໝ້ປ່າລຸກລາມຂະຫຍາຍວົງກວ້າງຢ່າງວ່ອງໄວ, ຈູດທຳລາຍເນື້ອທີ່ໄປແລ້ວຫລາຍກວ່າ 100.000 ເອເຄີ ແລະ ສິ່ງປຸກສ້າງຫລາຍກວ່າ 6.700 ແຫ່ງໄດ້ຮັບຄວາມເສຍຫາຍ.

