ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ 1624 ຮ່ວມກິດຈະກຳປ່ອຍສັດປ່າຄືນສູ່ທຳມະຊາດ

ໃນວັນທີ 6 ພະຈິກນີ້, ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ 1624 ຮ່ວມກັບກອງກວດກາປ່າໄມ້ ນະຄອນຫລວງວຽງຈັນ, ກົມອານຸລັກສັດນໍ້າ–ສັດປ່າ, ຕຳຫລວດປ່າໄມ້, ທະຫານປ່າໄມ້ ແລະ ໜ່ວຍງານຄຸ້ມຄອງອະນຸລັກສັດປ່າເຂດປ່າສະຫງວນ ໄດ້ຈັດກິດຈະກຳປ່ອຍສັດປ່າຄືນສູ່ທຳມະຊາດ ເຊິ່ງມີ ໂຕເຫ້ຍ 200 ກ່ວາໂຕ ແລະ ງູເຫລືອມໃຫ່ຍ 1 ໂຕ (ເຊິ່ງແມ່ນງູເຫລືອມທີ່ສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ 1624 ຈັບມາໄດ້ຈາກໂຮງຮຽນມັດທະຍົມສີຖານໃຕ້ໃນເດືອນຜ່ານມາ) ນໍາໄປປ່ອຍຄືນສູ່ທໍາມະຊາດທີ່ເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ, ເຂດອະນຸລັກສັດປ່າເຂດປ່າສະຫງວນຕາດເລິກ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ເພື່ອເປັນສ່ວນໜຶ່ງຊ່ວຍຟື້ນຟູຄວາມອຸດົມສົມບູນຂອງລະບົບນິເວດທຳມະຊາດໃຫ້ມີຄວາມອຸດົມສົມບູນ.

