ທນບ ໜ່ວຍບໍລິການເມືອງ ຄໍາເກີດ ປ່ອຍກູ້ຖືກເປົ້າໝາຍ

ຫົວໜ້າທະນາຄານນະໂຍບາຍ (ທນບ) ໜ່ວຍບໍລິການເມືອງຄໍາເກີດ ແຂວງ ບໍລິຄຳໄຊ ແຈ້ງໃຫ້ຮູ້ວ່າ : ໄລ່ມາຮອດເດືອນກັນຍານີ້ ຫນ່ວຍບໍລິການຂອງຕົນສາມາດປ່ອຍກູ້ໃຫ້ເປົ້າຫມາຍຕ່າງໆໄດ້ແລ້ວຫລາຍກວ່າ 2 ຕື້ກີບ ເທົ່າກັບ 43% ຂອງແຜ່ນການ ໃນນັ້ນໄລຍະສັ້ນມາ 1,58 ຕື້ກວ່າກີບ, ໄລຍະກາງ 330 ລ້ານກີບ ແລະ ໄລຍະຍາວ 156 ລ້ານກີບ. ໂດຍສະເພາະແມ່ນສະໜອງໃຫ້ບັນດາຈຸດສຸ່ມຂອງລັດຖະບານ.
ສຳລັບຕົວເລກທຸລະກິດຂອງໜ່ວຍບໍລິການ ມີຍອດຊັບສິນທັງໝົດ 22 ຕື້ກວ່າກີບ, ມີຍອດໜີ້ຕ້ອງຮັບ 18 ຕື້ກວ່າກີບ; ຄາດວ່າໝົດປີນີ້ ຈະສ້າງລາຍຮັບໄດ້ 2.61 ຕື້ກວ່າກີບ. ແລະ ໃນຂະນະດຽວກັນນັ້ນ ການເຂົ້າເຖິງແຫຼ່ງທຶນຂອງປະຊາຊົນຢູ່ເມືອງຄໍາເກີດ ມີ 8 ກຸ່ມບ້ານພັດທະນາ, ມີ 61 ບ້ານ ແລະ 10.995 ຄອບຄົວ ໃນນີ້ ມີຄອບຄົວທຸກຍາກ 552 ຄອບຄົວ ແລະ ທນບ ສາມາດເຂົ້າເຖິງ 54ບ້ານ ກວມ 88%.
ການສະໜອງສິນເຊື່ອຕົ້ນຕໍໄດ້ປ່ອຍເຂົ້າໃນເປົ້າໝາຍການປູກ-ການລ້ຽງຕິດພັນກັບແນວທາງນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາເສດຖະກິດຂອງເມືອງວາງອອກແນ່ໃສ່ ເຮັດໃຫ້ຄອບຄົວຜູ້ກູ້ຢືມເງິນມີຖານະດີຂື້ນ.
ໃນແຜນການ 3 ເດືອນທ້າຍ ປີ2018 ຈະສືບຕໍ່ປ່ອຍເງິນກູ້ທີ່ຂັ້ນເທິງໄດ້ຮັບອະນຸມັດໃນແຜນປີ ທີ່ຍັງ 2.42 ຕື້ກວ່າກີບໃຫ້ສໍາເລັດ 100%;
# ຂ່າວ-ພາບ: ຣັດສະໝີ ດວງສັດຈະ

