ຝຣັ່ງຫ້າມຖາວອນສານ ອັນຕະລາຍໃນຢາຂ້າແມງໄມ້

ລັດຖະບານຝຣັ່ງປະກາດໃນວັນທີ 5 ພະຈິກ ການຫ້າມຢ່າງຖາວອນຕໍ່ສານຊະນິດໜຶ່ງໃນຢາຂ້າແມງໄມ້ ທີ່ນິຍົມໃຊ້ແຜ່ຫລາຍ, ຫລັງປະຊາຊົນບໍ່ສະບາຍຫລາຍສິບຄົນ.
ສຳນັກຂ່າວ AFP ລາຍງານວ່າ: ສຳນັກງານຄວາມໝັ້ນຄົງດ້ານສາທາລະນະສຸກຝຣັ່ງ (ANSES) ກ່າວວ່າ: ການຕັດສິນໃຈໃຫ້ຜະລິດຕະພັນທັງໝົດທີ່ມີສ່ວນປະສົມສານມີແທມ ໂຊດຽມ ເປັນສິ່ງຜິດກົດໝາຍ ມີຂຶ້ນຫລັງຈາກມີການທົບທວນດ້ານຄວາມປອດໄພໃໝ່ ໃນຕົ້ນປີນີ້ ກ່ອນຈະມີການເຈັບເປັນລະບາດຢ່າງໜ້ອຍ 3 ເທື່ອ ໃນເຂດປົກຄອງເມນ ແອ ລົວ ນັບແຕ່ເດືອນກັນຍາ.
ການລະບາດເຮັດໃຫ້ລັດຖະບານຝຣັ່ງຕ້ອງສັ່ງຢຸດການໃຊ້ສານມີແທມ ໂຊດຽມ ສານຂ້າເຊື້ອໃນດິນທີ່ເຊື່ອວ່າຈະບໍ່ຕິດຕໍ່ກັບພືດ ຫລື ຄົນໃນຟາມ. ຜະລິດຕະພັນປະສົມສານມີແທມ ໂຊດຽມ ຕ້ອງໃຊ້ໃນປະລິມານສູງ ຈຶ່ງຈະມີປະສິດທິພາບ, ສະເພາະຢູ່ຝຣັ່ງມີການໃຊ້ສານຊະນິດນີ້ປະມານ 700 ໂຕນຕໍ່ປີ.
ປະຊາຊົນຢ່າງໜ້ອຍ 70 ຄົນ ສ່ວນຫລາຍເປັນກຳມະກອນໃນຟາມ ບໍ່ສະບາຍດ້ວຍອາການແສບຕາ, ແສບຄໍ ແລະ ຫາຍໃຈລຳບາກ ໃນພື້ນທີ່ໃກ້ເຂດອາເຢີ ແຫລ່ງປູກຜັກ.
ສຳນັກງານຄຸ້ມຄອງສິ່ງແວດລ້ອມອາເມລິກາ (EPA) ລະບຸວ່າ: ມີແທມ ໂຊດຽມ ເຊິ່ງເປັນໜຶ່ງໃນຢາຂ້າແມງໄມ້ທີ່ໃຊ້ຫລາຍທີ່ສຸດໃນອາເມລິກາ ແລະ ເອີຣົບ ຖືກບົ່ງມະຕິວ່າອາດເປັນ “ສານກໍ່ມະເຮັງໃນມະນຸດ”. ສານປະກອບມີແທມ ໂຊດຽມ ທີ່ຈຳໜ່າຍພາຍໃຕ້ຊື່ຫລາຍຍີ່ຫໍ້ເຊັ່ນ: Vapam ແລະ Sectagon ໄດ້ຮັບອະນຸມັດໃນເອີຣົບຈົນຮອດປີ 2022 ເມື່ອຈະມີການທົບທວນດ້ານຄວາມປອດໄພຄັ້ງໃໝ່.

