ຜູ້ນຳອີຣານປະກາດຝ່າຝືນຂວ້ຳບາດ ອາເມລິກາ ແລະ ຂາຍນ້ຳມັນຕໍ່ໄປ

ທາງການອີຣານຕອບໂຕ້ອາເມລິກາທີ່ຮື້ຟື້ນມາດຕະການຂວ້ຳບາດຕໍ່ອີຣານ ເຊິ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 5 ພະຈິກ ດ້ວຍການຊ້ອມຮົບທາງອາກາດ. ປະທານາທິບໍດີ ຮັສຊັນ ໂຣຮານີ ກ່າວວ່າ: ອີຣານກຳລັງຜະເຊີນສົງຄາມທາງເສດຖະກິດ ແລະ ຍິ່ງເພີ່ມຄວາມເຄັ່ງຕຶງໃນຕາເວັນອອກກາງຫລາຍຂຶ້ນ.
ອາເມລິກາຮື້ຟື້ນມາດຕະການຂວ້ຳບາດ ແລະ ຢຸດການໃຫ້ຜົນປະໂຫຍດທາງເສດຖະກິດຕໍ່ອີຣານຕາມຂໍ້ຕົກລົງນິວເຄຼຍປີ 2015 ທີ່ຮ່ວມລົງນາມໄວ້ກັບປະເທດມະຫາອຳນາດ, ແລກປ່ຽນກັບການທີ່ອີຣານຕ້ອງປະຕິບັດຕາມຂໍ້ຕົກລົງຈຳກັດການເພີ່ມສະມັດຖະພາບຢູເຣນຽມ. ແຜນຂວ້ຳບາດໃໝ່ຂອງອາເມລິກາມີຈຸດມຸ່ງໝາຍໃສ່ທຸລະກິດນ້ຳມັນ ເຊິ່ງເປັນລາຍໄດ້ສຳຄັນຂອງອີຣານ. ນອກຈາກນີ້ ການທີ່ຄ່າເງິນອີຣານຫລຸດລົງໃນປີຜ່ານມາ ຍິ່ງເຮັດໃຫ້ລາຄາສິນຄ້າ, ເຄື່ອງໃຊ້, ໂທລະສັບມືຖື ແລະ ຢາ ເພີ່ມຂຶ້ນ. ປະທານາທິບໍດີ ໂຣຮານີ ປະກາດໃນວັນທີ 5 ພະຈິກ ເຊິ່ງມາດຕະການຂວ້ຳບາດຂອງອາເມລິກາເລີ່ມມີຜົນບັງຄັບໃຊ້ວ່າ: ອີຣານຈະຂາຍນ້ຳມັນຄືເກົ່າ ແລະ ກ່າວຕໍ່ຄະນະລັດຖະບານລະຫວ່າງອອກອາກາດທາງສະຖານີໂທລະພາບທາງການວ່າ: ອີຣານຈະເອົາຊະນະມາດຕະການຂວ້ຳບາດໄດ້.

