ຜົນຮ້າຍຈາກການຂາດວິຕາມິນເບ 12

– ຄຸນປະໂຫຍດຂອງວິຕາມິນເບ 12 : ວິຕາມິນເບມີສ່ວນຊ່ວຍໃນການສ້າງແຊນເມັດເລືອດແດງ, ບຳລຸງປະສາດ ແລະ ສະໝອງ, ເສີມ້ສາງຂະບວນການສ້າງດີເອັນເອ ແລະ ຊ່ວຍເສີມການເຮັດວຽກຂອງລະບົບຕ່າງໆໃນຮ່າງກາຍ ໂດຍສະເລ່ຍແລ້ວໃນໄວເຮັດວຽກຄວນໄດ້ຮັບວິຕາມິນເບ 12 ມື້ລະ 2,4 ໄມໂຄຣກຣາມ ແລະ ວິຕາມິນເບ 12 ກໍຄືກັບວິຕາມິນຊະນິດອື່ນໆທົ່ວໄປທີ່ຮ່າງກາຍບໍ່ສາມາດສ້າງເອງໄດ້, ແຕ່ຕ້ອງໄດ້ຮັບຈາກອາຫານທີ່ກິນເທົ່ານັ້ນ.
– ປັດໄຈສ່ຽງທີ່ອາດເຮັດໃຫ້ຮ່າງກາຍໄດ້ຮັບວິຕາມິນເບ 12 ໜ້ອຍເກີນໄປ. ຫາກທ່ານມີພຶດຕິກຳຕໍ່ໄປນີ້ ທ່ານອາດສ່ຽງໄດ້ຮັບວິຕາມິນເບ 12 ໜ້ອຍເກີນໄປ :
- ກິນແຕ່ພືດ ຫລື ກິນອາຫານເຈເປັນເວລາດົນ ແລະ ບໍ່ໄດ້ກິນວິຕາມິນເສີມ ເພາະວິຕາມິນເບ 12 ບໍ່ໄດ້ຢູ່ໃນຜັກ, ແຕ່ມີຢູ່ໃນຊີ້ນສັດ, ໄຂ່, ສັດປີກ, ອາຫານປະເພດນົມ ແລະ ອາຫານອື່ນໆທີ່ມາຈາກສັດ.
- ເຄີຍເຂົ້າຮັບການຜ່າຕັດເພື່ອຫລຸດນຳ້ໜັກ ເຊັ່ນ : ຜ່າຕັດຫລຸດຂະໜາດກະເພາະອາຫານ ເພາະຜົນຂ້າງຄຽງຈາກຜ່າຕັດໃນລັກສະນະນີ້ຈະເຮັດໃຫ້ການດູດຊຶມວິຕາມິນເບ 12 ຈາກອາຫານຫລຸດໜ້ອຍລົງ.
- ຄົນປ່ວຍພະຍາດໂຄລນ (Crohn’s Disease ຄວາມຜິດປົກກະຕິຊຳ້ເຮື້ອຂອງລຳໄສ້ໃຫຍ່ເຮັດໃຫ້ເກີດການລະຄາຍເຄືອງ ແລະ ທາງເດີນອາຫານໃຄ່ບວມ) ແລະ ພະຍາດເຊລິແອກ (ລຳໄສ້ນ້ອຍອັກເສບ ບໍ່ສາມາດດູດຊຶມວິຕາມິນ ແລະ ເກືອແຮ່ໄດ້ເຕັມທີ່) ແລະ ຜູ້ທີ່ຕ້ອງກິນຢາຫລຸດກົດໃນກະເພາະອາຫານເປັນປະຈຳ ອາດເຮັດໃຫ້ຮ່າງກາຍດູດຊຶມວິຕາມິນເບ 12 ໄດ້ໜ້ອຍລົງ ເພາະວິຕາ ມິນເບ 12 ຈະດູດຊຶມໄດ້ຕ້ອງມີກົດໃນລະບົບທາງເດີນອາຫານນຳ.
- ອາຍຸທີ່ຫລາຍຂຶ້ນ ເຮັດໃຫ້ການຜະລິດນຳ້ຍ່ອຍ (ກົດ) ໃນກະເພາະອາຫານໜ້ອຍລົງໄປຕາມອາຍຸ ສ່ຽງຕໍ່ການດູດຊຶມວິຕາມິນເບ 12 ໜ້ອຍລົງໄປນຳ.
– ອັນຕະລາຍຕໍ່ສຸຂະພາບຈາກການຂາດວິຕາມິນນເບ 12 :
- ລະບົບການຮັບຮູ້ຄວາມຮູ້ສຶກເຮັດວຽກຜິດປົກກະຕິ ເຊັ່ນ : ການຮັບຮູ້ລົດຊາດ ລື ການຮັບຮູ້ກິ່ນປ່ຽນໄປ.
- ມີອາການຊາ ຫລື ເປັນຈັງຊາ, ຂາປັ້ນ, ມື – ຕີນຊາ.
- ຍ່າງລຳບາກ, ຂາດການຄ່ອງແຄ້ວ (ຍ່າງເຊ ຂາທັງສອງເບື້ອງຍ່າງໄດ້ບໍ່ດຸ່ນດ່ຽງກັນ).
- ສ່ຽງເປັນພະຍາດເລືອດຈາງ.
- ລີ້ນບວມໃຄ່ ຫລື ອັກເສບ.
- ຄິດ ຫລື ວິເຄາະສິ່ງຕ່າງໆເພື່ອຫາເຫດຜົນບໍ່ຄ່ອຍໄດ້ ຫລື ຄວາມຊົງຈຳຫາຍໄປບາງສ່ວນ.
- ອົດກັ້ນການຂັບຖ່າຍບໍ່ຢູ່.
- ສຸຂະພາບໂດຍລວມອ່ອນແອ.
- ອ່ອນເພຍງ່າຍ.
- ວິຕົກກັງວົນ, ເຄັ່ງຄຽດງ່າຍ.
- ຊຶມເສົ້າ ຫລື ເຫັນພາບຫລອນ.
- ສ່ຽງຕໍ່ພະຍາດທີ່ກ່ຽວກັບລະບົບປະສາດ, ສະໝອງ ແລະ ເລືອດ.
– ວິທີເພີ່ມປະລິມານວິຕາມິນເບ 12 ໃນຮ່າງກາຍ :
- ກິນວິຕາມິນເບ 12 ເສີມ ຈາກຄາບເຂົ້າປົກກະຕິ (ຄວນຮັບຄຳປຶກສາ ແລະ ກວດສຸຂະພາບຈາກແພດກ່ອນຊື້ມາກິນເອງ).
- ກິນອາຫານທີ່ມີວິຕາມິນເບ 12 ຫລາຍຂຶ້ນ ເຊັ່ນ : ຊີ້ນສັດ, ຊີ້ນປາ, ອາຫານທະເລ, ຜະລິດຕະພັນຈາກນົມຕ່າງໆ.
ວິຕາມິນເບ 12 ມີຄວາມສຳຄັນຕໍ່ຮ່າງກາຍໃນລະດັບທີ່ເຮົາບໍ່ຄວນຖືເບົາ ດັ່ງນັ້ນ ຫາກບໍ່ໝັ້ນໃຈວ່າໂຕເອງກຳລັງມີວິຕາມິນເບ12 ລວມເຖິງວິຕາມິນອື່ນໆພຽງພໍຫລືບໍ່ ຄວນປຶກສາແພດເພື່ອຮັບການ ກວດຮ່າງກາຍ ແລະ ຮັບຄຳແນະນຳໃນການກິນອາຫານ ຫລື ອາຫານເສີມຢ່າງຖືກຕ້ອງ.

